EuroCham: ຫວຽດນາມ ຍັງແມ່ນບ່ອນອີງຍຸດທະສາດທ່າມກາງການຜັນແປທົ່ວໂລກ
16/04/2026 09:15
[VOVWORLD] - ທ່ານໃຫ້ຂໍ້ສັງເກດວ່າ ເມື່ອມີວິສາຫະກິດກວ່າ 9/10 ແຫ່ງຢືນຢັນການສະໜັບສະໜູນຕໍ່ກັບຕະຫຼາດນີ້, ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນຄວາມສາມາດເຕີບໂຕທີ່ບໍ່ທຳມະດາຂອງ ຫວຽດນາມ.

eurocham.png (ພາບ: EuroCham) 93% ການນຳວິສາຫະກິດ ເອີລົບ ຢືນຢັນວ່າ ຈະແນະນຳ ຫວຽດນາມ ຄືດັ່ງຈຸດໝາຍປາຍທາງຂອງການລົງທຶນ. ນີ້ແມ່ນໜຶ່ງໃນບັນດາອັດຕາສ່ວນຮັບປະກັນຢ່າງແຮງທ່ີສຸດໃນປະຫວັດສາດການສຳຫຼວດຂອງສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ທີ່ໄດ້ຍົກອອກມາໃນບົດລາຍງານດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດ (BCI) ໄຕມາດທີ 1 ປີ 2026 ທີ່ໄດ້ປະກາດໃນວັນທີ 15 ເມສາ. ຕາມທ່ານ Bruno Jaspaert, ປະທານ EuroCham ແລ້ວ, ບັນດາການຜັນແປໃນໄຕມາດທີ 1 “ບໍ່ແມ່ນຄວາມໄວ້ເນື້ອເຊື່ອໃຈຫຼຸດລົງ, ຫາກແມ່ນການດັດແປງຄືນໃໝ່ທີ່ຈຳເປັນ” ໃນສະພາບການລວມຂອງໂລກໃນປະຈຸບັນ. ຕົວເລກໃນ BCI ໄດ້ຊີ້ໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ ຫວຽດນາມ ຄືດັ່ງຈຸດໝາຍປາຍທາງການລົງທຶນທີ່ຍັງໄດ້ຮັກສາໄວຢ່າງແຮງ. 77% ຈຳນວນວິສາຫະກິດ ເອີລົບ ປະຈຳ ຫວຽດນາມ ຍັງຮັກສາ ຫຼື ເພີ່ມລາຍຮັບໃນປີ 2025, ໃນນັ້ນມີ 40% ຮັບຮູ້ວ່າບັນລຸການເຕີບໂຕ. ຕໍ່ຈາກນັ້ນ, ໃນໄຕມາດທີ 1 ປີ 2026, ມີ 56% ວິສາຫະກິດຍັງຮັບຮູ້ການບັນລຸໝາກຜົນທີ່ຕັ້ງໜ້າ. ທ່ານໃຫ້ຂໍ້ສັງເກດວ່າ ເມື່ອມີວິສາຫະກິດກວ່າ 9/10 ແຫ່ງຢືນຢັນການສະໜັບສະໜູນຕໍ່ກັບຕະຫຼາດນີ້, ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນຄວາມສາມາດເຕີບໂຕທີ່ບໍ່ທຳມະດາຂອງ ຫວຽດນາມ. ຄວາມຍືນຍົງຂອງພື້ນຖານເສດຖະກິດ ຫວຽດນາມ ຍັງສະແດງອອກຜ່ານລະດັບເຕີບໂຕ GDP 7,83% ໃນໄຕມາດທີ 1 ປີ 2026, ສູງກວ່າເມື່ອທຽບໃສ່ປີ 2025, ນັ້ນແມ່ນພື້ນຖານເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ.
TAG
VOV/VOVWORLD/ວິສາຫະກິດ/ຮັບຮູ້/ບັນລຸ/ໝາກຜົນ
Related
More








