ເຊີດຊູນັກທຸລະກິດດີເດັ່ນຫວຽດນາມ100ຄົນ
11/10/2013 10:30
(vovworld)-ກຳລັງນັກທຸລະກິດສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດປ່ຽນແປງໃຫມ່ແລະ ສ້າງສາຂອງປະເທດຊາດ.

ທ່ານ ຫວູຕຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ພາບ: dddn.vn (vovworld)- ສະເຫລີມສະຫລອງວັນນັກທຸລະກິດດີເດັ່ນຫວຽດນາມ, ວັນທີ 11/10, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ ແລະ ມອບຂັນແທງຢອງ(Thanh Giong) ໃຫ້ແກ່ນັກທຸລະກິດດີເດັ່ນຫວຽດນາມ ປີ 2013 ລວມມີ100 ຄົນ. ນະພິທີ, ທ່ານ ຫວູຕຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ເນັ້ນຫນັກວ່າ: ໃນໄລຍະຕໍ່ຕ້ານ ກຳລັງນັກທຸລະກິດໄດ້ມີການປະກອບສ່ວນໃຫ້ແກ່ປະຕິວັດ. ເມື່ອປະເທດຊາດໄດ້ຮັບສັນຕິພາບ, ກຳລັງນັກທຸລະກິດສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດປ່ຽນແປງໃຫມ່ແລະ ສ້າງສາຂອງປະເທດຊາດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຕີລາຄາສູງ ແລະ ຍ້ອງຍໍຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຄົມວິສາຫະກິດໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີວ່າ: ປະຊາຄົມວິສາຫະກິດ, ນັກທຸລະກິດສືບຕໍ່ຮ່ວມເດີນທາງກັບລັດຖະບານເພື່ອປະຕິບັດບັນດາຫນ້າທີ່ເສດຖະກິດສັງຄົມໃນປີນີ້ ແລະຊຸມປີຕໍ່ໄປຢ່າງມີໄຊ. ພ້ອມກັນນັ້ນ ວິສາຫະກິດຄວນສ້າງຖັນແວນັກທຸລະກິດມີຄວາມຮັບຜິດຊອບສັງຄົມສູງ, ສືບຕໍ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ສ້າງຜະລິດຕະພັນໃຫມ່ເພື່ອສືບຕໍ່ຄົງຕົວ ແລະ ພັດທະນາ.
TAG
vovworld/vov/ວັນນັກທຸລະກິດດີເດັ່ນ/ມອບຂັນ
Related






