ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າກ່ວາອີກ
19/10/2013 09:13
(vovworld) – ພາຍຫຼັງ 5 ປີແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາ...

ພາບປະກອບ (vovworld) – ພາຍຫຼັງ 5 ປີແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ວຽກງານຂົນຂວາຍ, ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຮັບການກຳນົດຈາກພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ທຸກຂັ້ນແມ່ນເນື້ອໃນສຳຄັນມີຄວາມໝາຍດ້ານການເມືອງຢ່າງໃຫຍ່ຫຼວງ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ສ້າງລະບອບການເມືອງຂັ້ນຮາກຖານຢ່າງເຂັ້ມແຂງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ. ນີ້ແມ່ນເນື້ອໃນຂອງກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັບກະຊວງຕຳຫຼວດ ແລະ ຄະນະກຳມະການຊົນເຜົ່າ ຈັດຕັ້ງໃນວັນທີ 19/10, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີກອງປະຊຸມ, ລັດຖະມົນຕີ - ຫົວໜ້າຄະນະກຳມະການຊົນເຜົ່າ ຢ່າງແຊວຝື ຢືນຢັນວ່າ:
TAG
vovworld/vov ນາຍົກລັດຖະມົນຕີ
Related





