ເວທີປາໄສເສດຖະກິດ ຫວຽດນາມ-ສະຫະພັນ ລັດເຊຍຄັ້ງທີ 1
16/10/2013 10:33
(vovworld)- “ຫວຽດນາມ-ສະຫະພັນລັດເຊຍ: ກາລະໂອກາດໃໝ່ໃຫ້ແກ່ການຄ້າ ແລະ ການລົງທຶນ“ ແມ່ນຫົວເລື່ອງຂອງເວທີປາໄສເສດຖະກິດຫວຽດນາມ-ສະຫະ ພັນລັດເຊຍຄັ້ງທີ 1

(ພາບ: baomoi.com) (vovworld)- “ຫວຽດນາມ-ສະຫະພັນລັດເຊຍ: ກາລະໂອກາດໃໝ່ໃຫ້ແກ່ການຄ້າ ແລະ ການລົງທຶນ“ ແມ່ນຫົວເລື່ອງຂອງເວທີປາໄສເສດຖະກິດຫວຽດນາມ-ສະຫະ ພັນລັດເຊຍຄັ້ງທີ 1 ໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ, ກະຊວງພັດທະນາເສດຖະກິດສະຫະພັນລັດເຊຍ, ອົງການນັກທຸລະກິດ ສະຫະພັນລັດເຊຍ ສົມທົບກັນຈັດຕັ້ງຂຶ້ນໃນວັນທີ 16/10 ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນ ຕີຫວຽດນາມ ຮ່ວາງຈຸງຫາຍ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ທີ 1 ສະຫະພັນລັດເຊຍ Igor Ivannovivh Shuvalov ເປັນປະທານຮ່ວມ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ວິສາຫະກິດ 130 ຄົນໄດ້ເຂົ້າຮ່ວມ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນ ຕີຫວຽດນາມ ຮ່ວາງຈຸງຫາຍ ໄດ້ແນະນຳກັບບັນດານັກທຸລະກິດລັດເຊຍ ກ່ຽວກັບສະພາບພັດທະນາເສດຖະກິດສັງຄົມຫວຽດນາມ, ບັນດານະໂຍບາຍເພື່ອແນໃສ່ດຶງດູດເງິນລົງທຶນຂອງຕ່າງປະເທດໃນປະຈຸບັນ ແລະ ສະເໜີວ່າ: ສອງຝ່າຍຕ້ອງຍູ້ແຮງບັນດາໂຄງການລົງທຶນໃນຂົງເຂດທີ 2 ຝ່າຍມີທ່າແຮງ ເພື່ອເພິ່ມເຕີ່ມໃຫ້ແກ່ກັນຄື: ເຕັກໂນໂລຊີສູງ, ຜະລິດກົນຈັກ, ສາທາລະນະສຸກ, ການສຶກສາ…
TAG
vovworld/vov/ເວທີປາໄສ
Related





