ເວທີປາໄສຜັນຂະຫຍາຍບັນດາຄາດໝາຍພັດທະນາຊົນເຜົ່າສ່ວນໜ້ອຍ
09/12/2015 10:51
(vovworld) - ສະພາຊົນເຜົ່າຂອງສະພາແຫ່ງຊາດ ໄດ້ສົມທົບກັບຄະນະກຳມະການປະຊາຊົນ, ອົງການພັດທະນາສະຫະປະຊາຊາດ ແລະ ສະຖານທູດອຽກລັງ ປະຈຳຫວຽດນາມ ຈັດຕັ້ງເວທີປາໄສພັດທະນາຊົນເຜົ່າສ່ວນໜ້ອຍ
.jpg)
(ເວທີປາໄສຜັນຂະຫຍາຍບັນດາຄາດໝາຍພັດທະນາຊົນເຜົ່າສ່ວນໜ້ອຍ) (vovworld) - ຕອນເຊົ້າວັນທີ 09/12, ຢູ່ຮ່າໂນ້ຍ, ສະພາຊົນເຜົ່າຂອງສະພາແຫ່ງຊາດ ໄດ້ສົມທົບກັບຄະນະກຳມະການປະຊາຊົນ, ອົງການພັດທະນາສະຫະປະຊາຊາດ ແລະ ສະຖານທູດອຽກລັງ ປະຈຳຫວຽດນາມ ຈັດຕັ້ງເວທີປາໄສພັດທະນາຊົນເຜົ່າສ່ວນໜ້ອຍ ດ້ວຍຫົວຂໍ້ວ່າ: ຜັນຂະຫຍາຍບັນດາຄາດໝາຍພັດທະນາຊົນເຜົ່າສ່ວນໜ້ອຍໃນບັນດາແຜນການພັດທະນາເສດຖະກິດສັງຄົມໄລຍະ 2016 – 2020. ຢູ່ທີ່ນີ້, ບັນດາຜູ້ແທນຖືວ່າ: ໃນໄລຍະຜ່ານມາ, ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍຂອງຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເຜົ່າສ່ວນໜ້ອຍໄດ້ຍົກສູງຂຶ້ນເທື່ອລະກ້າວ… ແຕ່ວ່າ, ອັດຕາຄອບຄົວທຸກຍາກເຂດຊົນເຜົ່າສ່ວນໜ້ອຍຍັງສູງຢູ່, ຄຸນນະພາບການບໍລິການສຶກສາ, ສາທາລະນະສຸກ, ການກໍ່ສ້າງວິຊາຊີບຍັງຖືກຈຳກັດຢູ່. ທ່ານ ແຢງອຸດ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດໃຫ້ຮູ້ວ່າ. “ພວກເຮົາຕ້ອງກຳນົດບັນດາໜ້າທີ່ໃນຕໍ່ໜ້າທີ່ຕ້ອງເຮັດໂດຍທັນທີ, ນັ້ນແມ່ນຈັດບັນດາຄາດໝາຍພັດທະນາຊາວເຜົ່າສ່ວນໜ້ອຍເຂົ້າໃນແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີຂອງຊາດ; ແຜນການເຄື່ອນໄຫວຂອງບັນດາກະຊວງ, ຂະແໜງການ ແລະ ແຜນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ. ເພື່ອປະຕິບັດສິ່ງດັ່ງກ່າວຢ່າງມີປະສິດທິຜົນ, ຕ້ອງຫັນເປັນລະອຽດບັນດາຄາດໝາຍດ້ວຍແຜນການພັດທະນາ. ນອກນັ້ນ, ເລື່ອງສ້າງ ແລະ ຜັນຂະຫຍາຍແຜນຕິດຕາມກວດກາການປະຕິບັດບັນດາຄາດໝາຍພັດທະນາຊົນເຜົ່າສ່ວນໜ້ອຍ ກໍມີບົດບາດສຳຄັນອີກ”.
TAG
vovworld/vov/ອຽກລັງ
Related





