ຫ້ອງວ່າການ ສະພາແຫ່ງຊາດສະຫຼຸບການປະຕິບັດ ລັດຖະທຳມະນູນປີ 1992
18/01/2012 12:24
ຫ້ອງວ່າການສະພາແຫ່ງຊາດໄດ້ສະຫຼຸບການປະຕິບັດລັດຖະທຳມະນູນປີ 1992

ຕອນເຊົ້າວັນທີ 18 ມັງກອນຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດໄດ້ສະຫຼຸບການປະຕິບັດລັດຖະທຳມະນູນປີ 1992. ແຕ່ປີ 1992 ມາຮອດປະຈຸບັນ, ການເຄື່ອນໄຫວດ້ານນິຕິບັນຍັດໄດ້ຮັບຄວາມເອົາເອົາໃຈໃສ່ຈາກສະພາແຫ່ງຊາດບົນພື້ນຖານ ລັດຖະທຳມະນູນປີ 1992 ແລະ ບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ. ການເຄື່ອນໄຫວຕິດຕາມກວດກາໄດ້ສຸມໃສ່ບັນດາບັນຫາທີ່ເຄັ່ງຮ້ອນໃນການດຳລົງຊີວິດ, ໂດຍກວມລວມບັນດາຂົງເຂດຂອງສັງຄົມເກືອບທັງໝົດ, ເປັນເຈົ້າການປະຕິບັດໜ້າທີ່, ສິດຂອງຕົນໃນການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ໂດຍສະເພາະກ່ຽວກັບແຜນການພັດທະນາເສດຖະກິດສັງຄົມ, ຕົກລົງແຜນງົບປະມານແຫ່ງລັດ ແລະ ບັນດາໂຄງການ, ກິດຈະການກໍ່ສ້າງສຳຄັນຂອງປະເທດຊາດ. ການເຄື່ອນໄຫວຂອງສະພາແຫ່ງຊາດຢູ່ບັນດາກອງປະຊຸມນັບມື້ນັບມີປະຊາທິປະໄຕ, ປະສິດທິຜົນ ແລະ ມີການປ່ຽນແປງໃໝ່, ໄດ້ຮັບການຕິດຕາມ, ຊົມເຊີຍ ແລະ ຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ. ຢູ່ທີ່ກອງປະຊຸມສະຫຼຸບ, ບັນດາຜູ້ແທນໄດ້ຖືວ່າ. ລັດຖະທຳມະນູນຕ້ອງກຳນົດບັນດາເປົ້າໝາຍທີ່ມີສິດນຳສະເໜີຂໍ້ລິເລີມດ້ານກົດໝາຍເຂົ້າໃນຮ່າງກົດໝາຍ, ໃຫ້ບຸລິມະສິດແກ່ການຍື່ນສະເໜີຂອງລັດຖະບານ, ຕອບສະໜອງຄວາມຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ. ກ່ຽວກັບການເຄື່ອນໄຫວຕິດຕາມກວດກາ, ລັດຖະທຳມະນູນຄວນສຸມໃສ່ບັນດາຕຳແໜ່ງໂດຍສະພາແຫ່ງຊາດຄັດເລືອກ ແລະ ໃຫ້ສັດຕະຍາບັນ. ລັດຖະທຳມະນູນກໍ່ຕ້ອງແຈ້ງກ່ຽວກັບບັນດາບັນຫາສຳຄັນຂອງປະເທດຊາດທີ່ຂື້ນກັບສິດຕັດສິນຂອງສະພາແຫ່ງຊາດ ແລະ ອື່ນໆ. ກ່ຽວກັບທີ່ຕັ້ງບົດບາດຂອງຄະນະປະຈຳສະພາແຫ່ງຊາດໃນລັດຖະທຳມະນູນ, ທ່ານ ດັ້ງວັນຈ໋ຽນ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມີຄຳເຫັນວ່າ.
Related






