ໃນວັນທີ 7 – 10 ຕຸລາ, ຢູ່ສຳນັກງານ ສປຊ, ນິວຢອກ ອາເມລິກາ, ຄະນະກຳມະການນິຕິກຳ (ຄະນະກຳມະການເລກທີ 6) ຂອງສະມັດຊາໃຫຍ່ ສປຊ ຊຸດທີ 81 ໄດ້ຈັດວາລະປຶກສາຫາລືຫົວຂໍ້ “ສິດອຳນາດກົດໝາຍຢູ່ລະດັບຊາດ ແລະ ສາກົນ” ໄດ້ດຶງດູດການເຂົ້າຮ່ວມ, ກ່າວຄຳເຫັນຂອງບັນດາປະເທດສະມາຊິກ ແລະ ນັກສັງເກດການເກືອບທັງໝົດ.
ເຂົ້າຮ່ວມວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ປະສິດທິຜົນ, ອິດທິພົນຂອງກົດໝາຍສາກົນ ແມ່ນຂຶ້ນກັບເລື່ອງບັນດາປະເທດອະທິບາຍ, ນຳໃຊ້ຢ່າງມີເຈດຕະນາດີ, ເປັນເອກະພາບ, ບໍ່ຄັດເລືອກ, ເປັນຕົ້ນແມ່ນບັນດາຫຼັກການພື້ນຖານຂອງ ກົດບົດ ສປຊ… ເມື່ອເນັ້ນໜັກເຖິງຄວາມສະໜິດຕະພັນຢ່າງແໜ້ນແຟ້ນ ລະຫວ່າງສິດອຳນາດກົດໝາຍຢູ່ລະດັບສາກົນ ແລະ ລະດັບຊາດ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມໃນການປະຕິຮູບວຽກງານສ້າງ ແລະ ປະຕິບັດກົດໝາຍໃນໄລຍະຜ່ານມາຢ່າງຮອບດ້ານຄື: ສຳຫຼວດກວດກາເອກະສານທີ່ຕ້ອງປັບປຸງ, ປ່ຽນແທນ ຫຼື ລົບລ້າງນັບພັນສະບັບ ເພື່ອແກ້ໄຂບັນດາຮົ້ວກີດຂວາງຕໍ່ການພັດທະນາ…
ກ່ຽວກັບການປະກອບສ່ວນປັບປຸງສິດອຳນາດກົດໝາຍຢູ່ລະດັບສາກົນ, ຫວຽດນາມ ແມ່ນປະເທດທີສາມໃນໂລກທີ່ໃຫ້ສັດຕະຍາບັນສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ), ພວມຕັ້ງໜ້າກະກຽມປະຕິບັດສົນທິສັນຍາວ່າດ້ວຍການອະນຸລັກຮັກສາ ແລະ ນຳໃຊ້ຄວາມຫຼາກຫຼາຍຂອງຊີວະພາບທາງທະເລແບບຍືນຍົງຢູ່ບັນດາເຂດທະເລ ໃນເຂດນອກສິດອຳນາດການປົກຄອງຂອງລັດ (BBNJ) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.





