ວັນ​ທີ 11 ຕຸ​ລາ, ທ່ານ​ ເຈິ່ນ​ແທັງ​ເໝິ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄປ​ຢ້ຽມ​ຢາມ ​ຈີນ ຢ່າງ​ເປັນ​ທາງ​ການ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ກຳ​ມາ​ທິ​ການການ​ຮ່ວມ​ມື ລະຫວ່າງສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ຈີນ, ຕາມ​ຄຳ​ເຊື້ອ​ຂອງ ​ທ່ານ ເຊວເລີ້ເຈີ້ ປະ​ທານ​ສະ​ພາຜູ້ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ​ຈີນ.

ນີ້​ແມ່ນ​ການ​ຢ້ຽມ​ຢາມ ​ຈີນ ​ຄັ້ງ​ທຳ​ອິດ​ຂອງ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເຈິ່ນ​ແທັງ​ເໝິ້ນ ໃນ​ຖາ​ນະ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ການ​ຢ້ຽມ​ຢາມ​ແມ່ນເພື່ອ​ແນ​ໃສ່​ສືບ​ຕໍ່​ຫັນ​ແນວ​ທາງ​ການ​ທູດ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກເປັນລະອຽດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ແລະ ສະ​ພາຜູ້ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ຈີນ, ຢັ້ງ​ຢືນ​ບົດ​ບາດ​ເສົ​າ​ຄ້ຳ​ຂອງ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ໃນ​ການ​ພົວ​ພັນສັງລວມ​ຄູ່​ຮ່ວ​ມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ.

ແລະ​ກໍ່​ໃນ ຕອນ​ບ່າຍ​ວັນ​ທີ 11 ຕຸ​ລາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້​ນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນທາງໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ ​ປັກ​ກິ່ງ, ນ​ະ​ຄອນຫຼວງ​ ປັກ​ກິ່ງ. ຕ້ອນ​ຮັບ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິ້ນ ແລະ ຄະ​ນ​ະ​ຜູ້​ແທນ​ຂັ້​ນ​ສູງ ຫວຽດ​ນາມ ຢູ່​ສະ​ໜາມ​ບິນ​, ຝ່າຍ​ຈີນ ມີ​ທ່ານ Wang Dongming ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້ແທນປະ​ຊາ​ຊົນ​ທົ່ວ​ປະ​ເທດ ​ຈີນ, ທ່ານ Song Rui ຮອງ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ປະ​ຈຳ ສະ​ພາ​​ຜູ້ແທນປະ​ຊາ​ຊົນທົ່ວ​ປະ​ເທດ ຈີນ , ທ່ານ​ Shen Zheyue ຮອງ​ຫົວ​ໜ້າ​ກົມ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ຫ້ອງ​ວ່າ​ການ​ຄະ​ນະ​ປະ​ຈຳ ສະ​ພາ​ຜູ້ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ​ຈີນ. ຝ່າຍ ຫວຽດ​ນາມ ມີ​ທ່ານ ຟ້າມ​ແທັງ​ບິ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ​ຈີນ, ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ​ຈີນ, ຜູ້​ຕາງ​ໜ້າ​ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຈີນ.