ສຳພັນທະມິດໂດຍ Saudi Arabia ນຳໜ້າປັດຈຸບັນພວມດຳເນີນບັນດາບັ້ນບຸກໂຈມຕີຂະໜາດໃຫຍ່ຕ້ານກຳລັງ Houthi ຢູ່ ເຢແມນ. ທ່ານ ພົນຈັດຕະວາ Turki Al-Malki, ໂຄສົກສຳພັນທະມິດຟື້ນຟູອົງການປົກຄອງຖືກຕ້ອງຕາມກົດໝາຍຢູ່ ເຢແມນ ໂດຍ Saudi Arabia ນຳໜ້າ, ໃຫ້ຮູ້ວ່າ ບັນດາເປົ້າໝາຍ ແລະ ກຳລັງທີ່ແຕກຕ່າງກັນຂອງ Houthi ໄດ້ຖືກເລັງໃສ່, ພິເສດແມ່ນເຄືອຂ່າຍລູກສອນໄຟນຳວິຖີ ແລະ ບັນດາການບຸກໂຈມຕີຂອງສຳພັນທຳມິດໄດ້ທຳລາຍ 136 ເປົ້າໝາຍການທະຫານຂອງ Houthi.
ໃນຂະນະນັ້ນ, ສື່ມວນຊົນພາກພື້ນໃຫ້ຮູ້ວ່າ ມີຢ່າງໜ້ອຍສຸດ 12 ຄົນເສຍຊີວິດໃນເຫດບຸກໂຈມຕີທີ່ເລັງໃສ່ສະໜາມບິນສາກົນ King Khalid ຢູ່ນະຄອນຫຼວງ Riyadh, ໃນວັນທີ 10 ຕຸລາ. ຈົນຮອດຕອນເຊົ້າວັນທີ 11 ຕຸລາ, ບໍ່ມີຝ່າຍໃດອອກມາຮັບຜິດຊອບກ່ຽວກັບການບຸກໂຈມຕີ. ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ອາດພິຈາລະນາເຂົ້າຮ່ວມການບັນດາກະທຳໂຕ້ຕອບກຳລັງ Houthi, ພາຍຫຼັງເຫດບຸກໂຈມຕີເລັງໃສ່ສະໜາມບິນສາກົນ King Khalid.





