VOV WorldVOV World
ຫວຽດ​ນາມ - ລຸກ​ຊຳ​ບວກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ
10/12/2022 09:18
(VOVWORLD) -ນາຍົກລັດຖະມົນຕີສອງທ່ານກໍສະເໜີໃຫ້ອົງການຕ່າງໆ ແລະ ວິສາຫະກິດສອງປະເທດ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ, ຍູ້ແຮງການເຊື່ອມຕໍ່ກ່ຽວກັບ logistics; ຊຸກຍູ້ການລົງນາມໃນສັນຍາຫຼີກເວັ້ນການເກັບພາສີຊ້ອນ 2 ຄັ້ງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສ້າງເງື່ອນໄຂສະດວກແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ລຸກຊຳບວກ ແລະ ອີຢູ.
ຫວຽດ​ນາມ - ລຸກ​ຊຳ​ບວກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ
ໂດຍໄດ້ຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel, ຕອນເຊົ້າວັນທີ 9 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ ລຸກຊຳບວກ, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ລຸກຊຳບວກ ຢ່າງເປັນທາງການ. ໃນການພົບປະເຈລະຈາທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Xavier Bettel ໄດ້ເຫັນດີເປັນເອກະພາບ ຊຸກຍູ້ໃຫ້ສ້າງກົນໄກຄູ່ຮ່ວມມືຍຸດທະສາດທາງດ້ານການເງິນສີຂຽວໂດຍໄວ; ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ ແລະ ມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
TAG
VOV/VOVworld/ລຸກ​ຊຳ​ບວກ/ຫວຽດ​ນາມ/ເສດ​ຖະ​ກິດ/ຮ່ວມ​ມື​ຮອບ​ດ້ານ