ຫວຽດນາມ ແລະ ອີຢູ ກະກຽມການເຈລະຈາການຄ້າເສລີ ສຳເລັດ
01/04/2012 09:42
ທ່ານ Kerel De Gucht ກຳມະການຮັບຜິດຊອບດ້ານການຄ້າຂອງ ສະຫະພາບເອີລົບ (EU) ແລະ ທ່ານ Vu Huy Hoang ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ສຳເລັດວຽກງານກະກຽມໃຫ້ແກ່ການເຈລະຈາສັນຍາການຄ້າເສລີສອງຝ່າຍ.

ທ່ານ Kerel De Gucht ພາບ: internet (vovworld) - ຕອນບ່າຍວັນທີ 31/3, ທ່ານ Kerel De Gucht ກຳມະການຮັບຜິດຊອບດ້ານການຄ້າຂອງ ສະຫະພາບເອີລົບ (EU) ແລະ ທ່ານ Vu Huy Hoang ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ສຳເລັດວຽກງານກະກຽມໃຫ້ແກ່ການເຈລະຈາສັນຍາການຄ້າເສລີສອງຝ່າຍ. ໃນການພົບປະຢູ່ນອກກອງປະຊຸມເສດຖະກິດ ອາຊຽນ ອີຢູ ຄັ້ງທີ 1 ຢູ່ພະນົມເປັນ ປະເທດ ກຳປູເຈຍ, ສອງຝ່າຍໄດ້ສຳເລັດບົດບັນທຶກຊ່ວຍຈຳ ກ່ຽວກັບບັນດາເນື້ອໃນຈະໄດ້ເຕື້ອງເຖິງໃນການເຈລະຈາການຄ້າໃນອະນາຄົດ. ເລື່ອງສຳເລັດວຽກງານກະກຽມນີ້ ເປັນຂີດໝາຍສຳຄັນໃນການຊຸກຍູ້ການເຈລະຈາກດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອີຢູ. ຫວຽດນາມ ຈະແມ່ນຄູ່ຮ່ວມມືທີ 3 ຂອງສະຫະພາບ ເອີລົບ ຢູ່ ພາກພື້ນອາຊີຕາເວັນອອກສຽງໃຕ້ ຖັດຈາກ ສິງກະໂປ ແລະ ມາເລເຊຍ ໃນການເຈລະຈາສັນຍາການຄ້າເສລີ. ການຄ້າສອງຝ່າຍລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ ບັນລຸກວ່າ 18 ຕື້ ເອີໂຣ ໃນປີ 2011. ສະຫະພາບເອີລົບ ກໍແມ່ນຫນຶ່ງໃນບັນດານັກລົງທຶນຕ່າງປະເທດໃຫຍ່ສຸດຢູ່ ຫວຽດນາມ ດ້ວຍຈຳນວນທຶນເກືອບ 1.8 ຕື້ USD.
TAG
Kerel De Gucht
Related





