ຫວຽດນາມ ແລະ ລາວເພີ່ມທະວີການຮ່ວມມືນຳກັນ
20/09/2014 10:47
(vovworld)- ຕອນບ່າຍວັນທີ 20/9, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ....

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ (ພາບ:TTXVN) (vovworld)- ຕອນບ່າຍວັນທີ 20/9, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ. ທ່ານຮອງນາຍົກລັດຖະມົນຕີທັງ 2 ໄດ້ເປັນເອກະພາບກັນວ່າ ແຕ່ນີ້ຮອດທ້າຍປີ 2014, 2 ຝ່າຍຄວນມານະພະຍາຍາມປະຕິບັດຄຳໝັ້ນສັນຍາເພື່ອຈັດຕັ້ງກອງປະຊຸມຄະນະກຳມາທິການລະຫວ່າງລັດຖະບານຄັ້ງທີ 37 ສຳເລັດຜົນ. ທ່ານຮອງນາຍົກລັດຖະມົນຕີທັງ 2 ຢືນຢັນຈະສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ບັນດາວິສາຫະກິດຕັ້ງໜ້າສົມທົບກັນປະຕິບັດບັນດາສັນຍາລະຫວ່າງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີທັງ 2 ເຊື່ອໝັ້ນວ່າ ພາຍຫຼັງການພົບປະຄັ້ງນີ້, ການຮ່ວມມືລະຫວ່າງ 2 ຄະນະກຳມາທິການຫວຽດນາມ-ລາວ, ລາວ-ຫວຽດນາມ ຈະໄດ້ຮັບການຊຸກຍູ້ ແລະ ບັນລຸປະສິດທິຜົນໃນໄລຍະທີ່ຈະມາເຖິງ.
TAG
vov/vovworld/ຫວຽດນາມ/ລາວ
Related
More




