ຫວຽດນາມ-ເຊັກໂກເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
30/09/2019 11:30
(VOVWORLD) -ຕອນບ່າຍວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມໄດ້ຈັດພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນເຊັກໂກ ໂດຍທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ເປັນຫົວໜ້າຄະນະ

ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ເປັນປະທານພິທີຕ້ອນຮັບທ່ານ Jan Hamacek ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ແລະ ທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ໄດ້ດຳເນີນການເຈລະຈາ. ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ໄດ້ສະເໜີ ທ່ານ Jan Hamacek ຍູ້ແຮງການພົວພັນ 2 ຝ່າຍຫວຽດນາມ-ເຊັກໂກໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ການພົວພັນແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວໃນໄລຍະທີ່ຈະມາເຖິງ. ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ສະເໜີທາງຝ່າຍເຊັກໂກ ຈົົ່່ງສະໜັບສະໜູນຫວຽດນາມຢູ່ເວທີປາໄສຫຼາຍຝ່າຍ, ສືຍຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວົງຄະນະຍາດຊາວຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ເຊັກໂກ. ສ່ວນ ທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການຕ້ານອາດຊະຍາກຳ, ຮ່ວມມືບຳລຸງສ້າງ, ຝຶກແອບທາງດ້ານວິຊາສະເພາະໃນການຕ້ານກໍ່ການຮ້າຍ
TAG
VOV/VOVworld/
Related






