VOV WorldVOV World
ຫວຽດນາມ ໜູນຊ່ວຍ ກຳປູເຈຍ ຄຸ້ມຄອງທີ່ ດິນ ແລະ ຊັບພະຍາກອນ
07/03/2012 09:23
ຕອນ​ບ່າຍ​ວັນ​ທີ 6/3, ຢູ່​ນະຄອນຫຼວງ ​ພະນົມ​ເປັນ, ປະ​ເທດ​ກຳປູ​ເຈຍ, ​ໄດ້​ດຳ​ເນີນ​ພິທີ​ມອບ​ຮັບ​ໝາກຜົນ​ໄລ​ຍະ​ 1 ຂອງ​ “​ໂຄງການ​ຟື້ນ​ຟູ ​ແລະ ສ້າງ​ສຳ​ເລັດ​ລະບົບຄວາມ​ສູງ​ແຫ່ງ​ຊາດ​ກຳປູ​ເຈຍ“
ຫວຽດນາມ ໜູນຊ່ວຍ ກຳປູເຈຍ ຄຸ້ມຄອງທີ່ ດິນ ແລະ ຊັບພະຍາກອນ
ພິທີ​ມອບ​ຮັບ​ໝາກຜົນ​ໄລ​ຍະ​ 1 ຂອງ​ “​ໂຄງການ​ຟື້ນ​ຟູ ​ແລະ ສ້າງ​ສຳ​ເລັດ​ລະບົບຄວາມ​ສູງ​ແຫ່ງ​ຊາດ​ກຳປູ​ເຈຍ“ (ພາບ: vnn.vn) (vovworld) - ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ ກຳປູ​ເຈຍ ​ໃຫ້​ຂ່າວ​ວ່າ, ຕອນ​ບ່າຍ​ວັນ​ທີ 6/3, ຢູ່​ນະຄອນຫຼວງ ​ພະນົມ​ເປັນ, ປະ​ເທດ​ກຳປູ​ເຈຍ, ​ໄດ້​ດຳ​ເນີນ​ພິທີ​ມອບ​ຮັບ​ໝາກຜົນ​ໄລ​ຍະ​ 1 ຂອງ​ “​ໂຄງການ​ຟື້ນ​ຟູ ​ແລະ ສ້າງ​ສຳ​ເລັດ​ລະບົບຄວາມ​ສູງ​ແຫ່ງ​ຊາດ​ກຳປູ​ເຈຍ“, ​ໂດຍ​ກົມ​ວັດ​ແທກ ​ແລະ ​ແຜນ​ທີ່ ສັງກັດ​ກະຊວງ​ຊັບ​ພະຍາກອນ - ສິ່ງ​ແວດ​ລ້ອມ​ຫວຽດນາມ ​ແລະ  ກະຊວງ​ຄຸ້ມ​ຄອງ​ທີ່​ດິນ, ວາງ​ແຜນ​ຜັງຕົວ​ເມືອງ ​ແລະ ກໍ່ສ​້າງລາຊະ​ອານາຈັກ​ກຳປູ​ເຈຍ ສົມທົບ​ກັນ​ປະຕິບັດ. ​ໂຄງການ​ໂດຍ​ລັດຖະບານ​ຫວຽດນາມ ໜູນ​ຊ່ວຍ​ດ້ານ​ການ​ເງິນ​ເຊິ່ງ​ໄດ້ຮັບ​ການ​ຕີ​ລາຄາວ່າ​ແມ່ນ​ພື້ນຖານ​ຂໍ້​ມູນ​ສຳຄັນທີ່​ຊ່ວຍ​ໃຫ້​ລັດຖະບານ ກຳປູ​ເຈຍ ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນ​ທີ່​ດິນ, ວາງ​ແຜນ​ຜັງຕົວ​ເມືອງ, ກໍ່ສ້າງ​ບັນດາ​ກິດຈະກຳ​ໃຫຍ່, ລະບົບ​ຊົນ​ລະ​ປະທານ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ. ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ນັບ​ແຕ່​ປີ 2006 ​ແລະ ຮອດ ​ເດືອນ 3/2009, ​ໂຄງການ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ ​ແລະ ​ແບ່ງ​ເປັນ 2 ​ໄລຍະ. ທ່ານ ຫງວຽນ​ຕັວນຮູ່ງ, ຫົວໜ້າ​ກົມ​ວັດ​ແທກ ​ແລະ ​ແຜນ​ທີ່​ຫວຽດນາມ ​ໃຫ້​ຮູ້​ວ່າ:
TAG
ໂຄງການ​ຟື້ນ​ຟູ ​ແລະ ສ້າງ​ສຳ​ເລັດ​ລະບົບຄວາມ​ສູງ​