(ພາບ:baoquocte.vn)
ນີ້ແມ່ນການຢັ້ງຢືນຂອງ ທ່ານ ເລຮວ່າຍຈູງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບ ທ່ານ Jon M.Huntsman, ຮອງປະທານ ທັງເປັນປະທານຜູ້ຮັບຜິດຊອບການເຕີບໂຕຍຸດທະສາດ ກຸ່ມບໍລິສັດ Mastercard (ປະເທດ ອາເມລິກາ), ໃນວັນທີ 15 ກັນຍາ ທີ່ສຳນັກງານກະຊວງການຕ່າງປະເທດ (ຢູ່ ຮ່າໂນ້ຍ).
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈູງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ອາເມລິກາ, ຕີລາຄາສູງການພັດທະນາຢ່າງສະຖຽນລະພາບ, ຕັ້ງໜ້າ ແລະ ນັບມື້ນັບແທດຈິງຂອງການພົວພັນສອງຝ່າຍ, ພິເສດແມ່ນນັບແຕ່ສອງປະເທດສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023. ທ່ານລັດຖະມົນຕີການຕ່າງປະເທດ ຢັ້ງຢືນ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເຂດເສດຖະກິດມີທຶນຕ່າງປະເທດ ແລະ ບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າ ອາເມລິກາ ແມ່ນຄູ່ຮ່ວມມືຮ່ວມເດີນທາງທີ່ສຳຄັນໃນວິວັດການຫັນຮູບແບບການເຕີບໂຕ, ການພັດທະນາພື້ນຖານໂຄງລ່າງດີຈີຕອນ, ການເງິນຮອບດ້ານ ແລະ ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານຂໍ້ມູນ.
ສ່ວນທ່ານ Jon M.Huntsman ຢັ້ງຢືນວ່າກຸ່ມບໍລິສັດ Mastercard ໃຫ້ຄຳໝັ້ນສັນຍາຈະລົງທຶນຍາວນານ, ເປີດກ້ວາງການຮ່ວມມືຍຸດທະສາດກັບບັນດາຄູ່ຮ່ວມມືຢູ່ ຫວຽດນາມ ແລະ ໜູນຊ່ວຍ ຫວຽດນາມ ໃນວິວັດການຫັນເປັນດີຈີຕອນແຫ່ງຊາດ. ພ້ອມທັງຕີລາຄາສູງເລື່ອງ ຫວຽດນາມ ຈັດກອງປະຊຸມເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027.




