ໂດຍ​ໄດ້​ຈັດ​ຂຶ້ນແຕ່ວັນທີ 18 - 28 ກັນຍາ ​ດ້​ວຍວາ​ລ​ະ​ປຶກ​ສາລວມ​ຂັ້ນ​ສູງ​ທີ່​ຈັດ​ຂຶ້ນແຕ່ວັນທີ 22 - 25 ກັນຍາ, ສັບ​ປະ​ດາ​ຂັ້ນ​ສູງສະ​ໄໝ​ປະ​ຊຸມຄັ້ງທີ 81 ຂອງສະມັດຊາໃຫຍ່ສະຫະປະຊາຊາດ (UNGA-81) ຕ້ອງປະເຊີນກັບສິ່ງທ້າທາຍ ອັນໃຫຍ່ຫຼວງ ໃນການຮັດ​ແຄບຄວາມ​ແບ່ງ​ແຍກລະຫວ່າງບັນດາປະເທດ, ​ໃນ​ສະ​ພາບຄວາມເຄັ່ງຕຶງ​ດ້ານພູສາດການເມືອງໃນ​ໂລກ​ພວມເພີ່ມຂຶ້ນ, ພ້ອມກັບບັນ​ດາສິ່ງທ້າທາຍ​ຢ່າງ​ໃຫຍ່​ຫຼວງດ້ານເຕັກໂນໂລຊີ ແລະ ​ດິນ​ຟ້າອາກາດ.

ດ້ວຍຫົວຂໍ້ “ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ຄຸ້ມຄອງການຫັນປ່ຽນ: ສະຫະປະຊາຊາດ ນຳ​ມາ​ເຊິ່ງຜົນປະໂຫຍດໃຫ້​ແກ່ທຸກຄົນ,” ​ສັບ​ປະ​ດາ​ຂັ້ນ​ສູງ UNGA ຄັ້ງທີ 81, ​ດ້ວຍ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ປະ​ມຸກ​ລັດ​ທີ່​ມາຈາກຫຼາຍປະເທດ, ​ຕ້ອງປະເຊີນ​ໜ້າກັບ​ເລື່ອງທີ່ໃຫຍ່ຫຼວງແມ່ນ​ ຕ້ອງ​ພິ​ສູດ​ໃຫ້ເຫັນວ່າລັດທິຫຼາຍຝ່າຍ ຍັງສາມາດສ້າງ​ໝາກຜົນອັນລະ​ອຽດ​ຜ່ານການສົນທະນາທີ່ມີຄຸນນະພາບ.

ປ່ຽນແປງເພື່ອກູ້ເອົາລັດທິຫຼາຍຝ່າຍ

ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບ​ຕໍ່​ເປັນຫົວຂໍ້ສຳຄັນທີ່ສຸດ​ຢູ່ UNGA-81, ​ເມື່ອ​ບັນ​ດາ​ການຂັດແຍ່ງ​ກັນ​ທີ່​ແກ່​ຍາວຍັງ​ຄົງຜັນ​ແປ​ຢ່າງສັບສົນຢູ່​ ຢູ​ແກຼນ, ຕາເວັນອອກກາງ, ແລະ ຫຼາຍພາກພື້ນອື່ນໆຂອງໂລກ. ບັນ​ດາ​ການ​ປະ​ທະ​ກັນ​ດັ່ງ​ກ່າວ​ເຮັດ​ໃຫ້​ຄ​ວາມ​ໄວ້​ເນື້ອ​ເຊື່ອໃຈຕໍ່ຄວາມສາມາດ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍທົ່ວໂລກ ແລະ ​ການ​ຊຸກ​ຍູ້​ມາດ​ຕ​ະ​ການ​ແກ້​ໄຂ​ຂອງ​ບັນ​ດາ​ລະ​ບອ​ບ​ລະ​ບ​ຽບ​ການໃນ​ທົ່ວ​​ໂລກ, ໃນ​ນັ້ນມີສະຫະປະຊາຊາດເປັນໃຈກາງ, ​ຖືກ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ. ​ຕ​າມ​ວົງ​ການ​ນັກສັງເກດການ, ​ ບັນຫາຢູ່ທີ່ນີ້ນັ້ນ​ແມ່ນ ຄວາມພະຍາຍາມ​ເພື່ອແກ້ໄຂສະ​ພາບ​ຂາດຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຖືກກີດ​ຂວາ​ງ​ຍ້ອນຄວາມ​ຂັດ​ແຍ້ງ​​ກັນຢູ່​ພາຍໃນສະຫະປະຊາຊາດເອງ, ພິ​ເສດ​ແມ່ນ​ກຸ່ມບັນດາປະ​ເທດສະມາຊິກ ຖາວອນຂອງສະພາຄວາມໝັ້ນຄົງ, ທີ່​ເຄີຍ​ມີ​ສິດ​ຢັບ​ຢັ້ງ. ກ່ອນ​ທີ່​ດຳ​ເນີນ UNGA-81, ​ທ່ານ Antonio Guterres, ເລຂາທິການໃຫຍ່ສ​ປ​ຊ ​ຊີ້​ແຈ້ງວ່າ:

“ບັນ​ດາ​ການ​ນຳ​ໃນ​ໂລກ​ພວມເຕົ້າໂຮມກັນຢູ່ສະຫະປະຊາຊາດ ໃນສັງ​ກາດ​ທີ່​ມີຄວາມຜັນ​ຜວນ​ອັນເລິກເຊິ່ງຫຼາຍ​ຢ່າງ. ​ພ້ອ​ມ​ກັນ​ນັ້ນ, ຄວາມສົມດຸນສິດອຳນາດ​ພວມ​​ຫັນປ່ຽນງ. ໂລກ​ພວມປ່ຽນແປງ, ແລະ ບັນ​ດາລະ​ບອບ​ລະ​ບຽບ​ການ​ຂອງ​ພວກ​ເຮົາກໍ່ຕ້ອງປ່ຽນແປງໄປຕາມ. ເຖິງຢ່າງໃດກໍ່ຕາມ, ການ​ປ່ຽນ​ໃໝ່ໂຄງສ້າງບໍ່​ໝາຍຄວາມ​ວ່າ​ປະ​ລະ​ບັນ​ດາຫຼັກການຂອງຕົນ."

ເພື່ອເພີ່ມ​ກຳ​ລັງ​ແຮງ​ໃຫ້ລັດທິຫຼາຍຝ່າຍ, ຢູ່ນອກ UNGA-81, ກອງປະຊຸມ ສຸດຍອດຄູ່ຮ່ວມມືເພື່ອລັດ​ທິຫຼາຍຝ່າຍ, ກົດໝາຍສາກົນ, ສັນຕິພາບ ແລະ ຄວາມວັດ​ທະ​ນາ​ຖາ​ວອນ (P4M) ​ເຊິ່ງສະຫະພາບ ເອີລົບ (EU), ການາດາ ແລະ ເຄນຢາ ຮ່ວມ​ຈັດ​ຕັ້ງໃນວັນທີ 21 ກັນຍາ. ​ທີ່ກອງປະຊຸມ, ບັນດາຝ່າຍໄດ້​ເຫັນ​ດີ​ຜັນ​ຂະ​ຫຍາຍຂໍ້ລິເລີ່ມຄູ່ຮ່ວມມືເພື່ອ​ລັດ​ທິຫຼາຍຝ່າຍ. ທ່ານ Subrahmanyam Jaishankar, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ເນັ້ນໜັກວ່າ:

"ເພື່ອໃຫ້ລັດທິຫຼາຍຝ່າຍສາ​ມາດກ້າວ​ຂຶ້​ນ​, ແມ່ນ​ຕ້ອງ​ເພີ່ມ​ທະ​ວີທັງວຽກ​ງານ​ຂົນ​ຂວາຍ ແລະ ການປະຕິບັດຂອງ​ລັດ​ທິ​ດັ່ງ​ກ່າວ​. ສະ​ນັ້ນ, ການປະຕິຮູບລັດທິຫຼາຍຝ່າຍແມ່ນສິ່ງທີ່ຈຳເປັນ. ​ຮອດເວລາແລ້ວ​ທີ່​ຕ້ອງ​​ດຳ​ເນີນ​ການປຶກ​ສາ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງກວ້າງຂວາງ ແລະ ຂັ້ນ​ຕອນ​ອອກ​​ຂໍ້​ຕົກ​ລົງ​​ກໍ່​ຕ້ອງໂປ່ງໃສ​ກວ່າ."

ກໍ່ກ່​ຽ​ວ​ຂ້ອງ​ເຖິງບັນຫາສັນຕິພາບ - ຄວາມໝັ້ນຄົງໃນໂລກ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່ UNGA-81 ແມ່ນການ​ເຂົ້າ​ຮ່ວມຂອງທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ. ນີ້ແມ່ນເຈົ້າໜ້າທີ່ຂັ້ນສູງສຸດຂອງ ອີຣານ ທີ່​ມີ​ໜ້າຢູ່​ດິນແດນ ອາ​ເມ​ລິ​ກາ ນັບແຕ່​ເວ​ລາ​ເກີດ​ການ​ປ​ະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ (ແລະ ອິດສະຣາເອນ) ກັບ ອີຣານ ໃນທ້າຍເດືອນ ກຸມພາ ປີນີ້.

ການຄຸ້ມຄອງເຕັກໂນໂລຊີ ແລະ ການພັດທະນາແບບຍືນຍົງ

ພ້ອມ​ກັບຄວາມໝັ້ນຄົງ ແລະ ສັນຕິພາບ, ການຄຸ້ມຄອງເຕັກໂນໂລຊີທົ່ວໂລກ (ພິ​ເສດແມ່ນປັນຍາປະດິດ - AI), ​ເພີ່ມ​ຄວາມ​ໄວ​ໃນ​ການ​ປະ​ຕິ​ບັດສຳເລັດບັນ​ດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ, ການ​ຮັບ​ມື​ກັບ​ໂລກ​ລະບາດ ຫຼື ຮັກສາບັນ​ດາຄຳໝັ້ນສັນຍາ​ກ່ຽວ​ກັບການປົດອາວຸດນິວເຄຼຍ... ແມ່ນບັນດາບຸລິມະສິດຕໍ່ໄປຂອງສັບປະດາຂັ້ນສູງ UNGA-81. ​ໃນ​ຈຳ​ນວນນີ້, ການຄຸ້ມຄອງເຕັກໂນໂລຊີທົ່ວໂລກ​ເພື່ອແນໃສ່​ຂຸດ​ຄົ້ນຂໍ້ມູນໃຫຍ່ ແລະ AI, ພ້ອມ​ທັງຫຼຸດຜ່ອນຄວາມສ່ຽງ​ກ່ຽວ​ກັບ AI, ການຮັດ​ແຄບຊ່ອງຫວ່າງດ້ານດິຈິຕອນລະຫວ່າງ​ບັນ​ດາປະເທດ, ​ພວມ​ແມ່ນ​ຄວາມ​ຕ້ອງ​ການອັນຮີບດ່ວນ.

ທ່ານ Antonio Guterres, ເລຂາທິການໃຫຍ່ ສ​ປ​ຊ ກ່າວເຕືອນ​ວ່າ:

"ນີ້ແມ່ນບັນຫາມີ​ລັກ​ສະ​ນະທົ່ວໂລກ. AI ບໍ່ມີ​ພົມ​ແດນ. ມີບາງປະເທດ​ກຳ​ມະ​ສິດຄວາມ​ສາ​ມາດສູງ​ສຸດ ແລະ ກໍ່ຢູ່ໃນບັນດາປະເທດນີ້ ຄວາມສ່ຽງກໍ່ໃຫຍ່ກວ່າ. ເຖິງຢ່າງໃດກໍຕາມ, ຖ້າຈີນ​ຕະ​ນາ​ການແກ່ງ​ແຍ້ງ​ມີທ່​າ​ໄດ້​ປຽບ, ພວກເຮົາຕ້ອງ​ປະ​ເຊີນ​ໜ້າ​ກັບຄວາມສ່ຽງການແຂ່ງຂັນກັນຫຼຸດ​ມາດ​ຕະ​ຖານ​ລົງ​ກ່ຽວ​ກັບ​ຄວາມ​ປອດ​ໄພ, ເມື່ອແຕ່ລະຝ່າຍ​​ລ້ວນ​ແຕ່ພະຍາຍາມລື່ນກາຍ​ອີກຝ່າຍນ"

ບັນ​ດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນບູລິມະສິດຫຼັກ ອີກອັນໜຶ່ງ. ໂລກມີເວລາພຽງ 4 ປີອີກເພື່ອ​ຫັນ 17 ເປົ້າໝາຍ SDGs ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງຕາມ​ໂຄງ​ການ​ດຳ​ເນີນ​ງານ 2030 ແຕ່ບັນ​ດາບົດລາຍງານ​ຫຼ້າສຸດຂອງ ສະຫະປະຊາຊາດ ສະແດງໃຫ້ເຫັນວ່າ ລະ​ດັບ​ຄວາມ​ໄວ​ໃນ​ການປະຕິບັດ SDGs ​ພວມຊັກຊ້າລົງ. ​ສະນັ້ນ, SDGs ຕ້ອງ​ກັບ​ຄືນ​ສູ່​ທີ່​ຕັ້ງ​ແຖວ​ໜ້າ​ໃນ​ບັນ​ດາ ຄຳໝັ້ນສັນຍາ​ດຳ​ເນີນ​ງານຂອງບັນດາປະເທດ. ທ່ານ Khalilur Rahman, ປະທານ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ​ຊີ້​ແຈ້ງວ່າ:

"ພາຍຫຼັງ​ກວ່າ 1 ທົດສະວັດ, ວິໄສທັດດັ່ງກ່າວໄດ້ນຳ​ມາ​ເຊິ່ງ​ບັນ​ດາ​ຄວາ​ກ້າວ​ໜ້າ​ໃຫ້​ແກ່​ການ​ດຳ​ລົງຊີວິດຂອງ​ປະ​ຊາ​ຊົນ​ໃນທົ່ວໂລກ. ເກືອບ 1 ຕື້ຄົນ​ໄດ້ເຂົ້າເຖິງນ້ຳດື່ມທີ່​ໄດ້ຮັບ​ການຄຸ້ມຄອງຢ່າງປອດໄພ, ແລະ 1,2 ຕື້ຄົນສາມາດ ເຂົ້າເຖິງບັນ​ດາການບໍລິການອະນາໄມໃນການຄຸ້ມຄອງຢ່າງປອດໄພ. ໄຟຟ້າໄດ້ ເຂົ້າເຖິງ 90% ຈຳ​ນວນປະຊາກອນໂລກ, ​ໃນ​ນັ້ນ 1/3 ​ທີ່​ໄດ້​ສະ​ໜອງຈາກແຫຼ່ງ​ພະ​ລັງ​ງານ​ທົດ​ແທນ."

ສຸດທ້າຍ, ນອກຈາກບັນ​ດາສິ່ງທ້າທາຍດ້ານນະໂຍບາຍແລ້ວ, UNGA-81 ຍັງເປັນເວທີໃຫ້​ແກ່​ວິ​ວັດການຫັນປ່ຽນ​ລະ​ບອ​ບ​ລະ​ບຽບ​ການ​ມີ​ລັກ​ສະ​ນະປະຫວັດ ສາດ, ເມື່ອ​ສະ​ມັດ​ຊາໃຫຍ່ຈະປຶກສາກ່ຽວກັບການປະຕິຮູບ ສະຫະປະຊາຊາດ, ພ້ອມ​ກັ​ບ​ການ​ເລີ່ມ​ຕົ້ນວິ​ວັດ​ການ​ຄັດ​ເລືອກເລຂາທິການໃຫຍ່ຄົນຕໍ່ໄປ.