ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະກຳມະການສູນກາງ
ແນວໂຮມປະເທດຊາດຫວຽດນາມແລະ ສະຫະສະມາຄົມປະຊາຊົນ ສິງກະໂປ |
ກ່ອນຫນ້ານັ້ນ, ທີ່ການເຮັດວຽກກັບຄະນະຜູ້ແທນ ສະຫະສະມາຄົມປະຊາຊົນ ສິງກະໂປ ໂດຍທ່ານ Ang Hak Seng ຜູ້ອຳນວຍການໃຫຍ່ສະຫະສະມາຄົມດັ່ງກ່າວເປັນຫົວຫນ້າຄະນະ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີນ ໄດ້ຢືນຢັນວ່າ: ປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມື, ມິດຕະພາບລະຫວ່າງປະຊາຊົນສອງປະເທດ ສືບຕໍ່ພັດທະນາ ແລະ ນັບມື້ນັບນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງ, ໃນນັ້ນ ມີການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ສະຫະສະມາຄົມປະຊາຊົນ ສິງກະໂປ. ຜ່ານການຮ່ວມມື ສອງຝ່າຍເຫັນວ່າ ມີຫລາຍຈຸດຄ້າຍຄືກັນກ່ຽວກັບຮູບການເຄື່ອນໄຫວ ແລະ ຈຸດໝາຍມຸ່ງໄປເຖິງປະຊາຄົມເຂດຊຸມຊົນ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ຂັ້ນຮາກຖານ.




