ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ ເປັນ​ເອ​ກະ​ພາບ ຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1974 – 30 ເມ​ສາ 2026), ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ Buenos Aires ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ Poldi Sosa Schmidt, ປະ​ທານ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ ອາກ​ຊັງ​ຕິນ - ຫວຽດ​ນາມ (ICAV) ຕີ​ລາ​ຄ​າ​ສູງ​ບັນ​ດາ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກໍ​ຄື​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຂອງ ຫວຽດ​ນາມ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ຂົງ​ເຂດ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ເສດ​ຖະ​ກິດ​ດີ​ຈີ​ຕ​ອນ ກໍ​ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ, ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ນອກ​ຈາກ​ນັ້ນ​ແລ້ວ, ຫວຽດ​ນາມ ຍັງ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ການ​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ພັດ​ທະ​ນາ​ການ​ສົ່ງ​ອອກ ແລະ ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ເລິກ​ເຊິ່ງກວ່າ​ເທື່ອ​ລະ​ກ້າວ.

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ກໍ​ຄື ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ຜ່ານ​ມາ, ທ່ານ​ນາງ ຖື​ວ່າ, ເລື່ອງ​​ບູ​ລະ​ນະກົງ​ຈັກ​ໃຫ້​ສົມ​ບູນ​ແບບ, ປ່ຽນ​ແປງ​ໃໝ່​ດ​ຖັນ​ແຖວ​ການ​ນຳ ​ແມ່ນ​ບາດ​ກ້າວ​ເດີນ​ທີ່​ຕັ້ງ​ໜ້າ, ຮັບ​ປະ​ກັນ​ລັກ​ສະ​ນະ​ສືບ​ທອດ ແລະ ພັດ​ທະ​ນາ.