ມະຫາໄຊລະດູບານໃໝ່ປີ 1975 ຂອງຊາດ ຫວຽດນາມ ແມ່ນໝາກຜົນຂອງການຕໍ່ຕ້ານປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ, ມີລັກສະນະເປັນທຳ, ທົ່ວປວງຊົນ, ຮອບດ້ານ, ໄຊຊະນະຂອງຄຸນນະທາດ, ພະລັງຈິດໃຈ ແລະ ພູມປັນຍາ ຫວຽດນາມ.
ມີສັນຕິພາບແມ່ນມີທຸກສິ່ງທຸກຢ່າງ
ປະເທດຊາດໄດ້ຜ່ານຜ່າເວລານັບຫຼາຍທົດສະວັດເພື່ອມີສັນຕິພາບຄືໃນທຸກວັນນີ້. ພື້ນຖານສັນຕິພາບນີ້ແມ່ນໄດ້ສ້າງຂຶ້ນດ້ວຍເລືອດເນື້ອຂອງຊາວ ຫວຽດນາມ ຫຼາຍລຸ້ນຄົນ ຊື່ງໄດ້ເສຍສະຫຼະຊີວິດ, ອຸທິດສ່ວນຍາມໄວໜຸ່ມຂອງຕົນ.
ພາຍຫຼັງ 50 ປີທີ່ໄດ້ທ້ອນໂຮມເປັນເອກະພາບ, ມີສັນຕິພາບ, ຫວຽດນາມ ໄດ້ພັດທະນາຢ່າງບຸກທະລຸ. ຈາກປະເທດໜຶ່ງທີ່ຖືກສົງຄາມທຳລາຍ, ເສດຖະກິດຖືກປິດລ້ອມ, ມາຮອດປະຈຸບັນ, ເສດຖະກິດ ຫວຽດນາມ ນອນໃນ top ບັນດາພື້ນຖານເສດຖະກິດມີລະດັບເປີດການຄ້າສູງກວ່າໝູ່ໃນໂລກ, ຂອບຂະໜາດເສດຖະກິດ ຫວຽດນາມ ບືນຕົວຂຶ້ນຢືນຢູ່ອັນດັບທີ 32 ທົ່ວໂລກ (ປີ 2025).
ດັດຊະນີສັນຕິພາບທົ່ວໂລກປີ 2025 ໂດຍສະຖາບັນເສດຖະກິດ ແລະ ສັນຕິພາບ (IEP) ມີສຳນັກງານຕັ້ງຢູ່ ອົດສະຕາລີ ປະກາດ ໄດ້ສະແດງໃຫ້ເຫັນວ່າ: ຫວຽດນາມ ຢືນຢູ່ອັນດັບທີ 38 ໃນຈຳນວນ 163 ປະເທດ ແລະ ເຂດແຄ້ວນ. ຫວຽດນາມ ກໍ່ນອນໃນກຸ່ມ 62 ປະເທດສັນຕິພາບທີ່ສຸດໃນໂລກ, top 10 ໃນທະວີບອາຊີ ແລະ top 3 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານ Athony, ອະດີດນັກຂ່າວ, ບັນນາທິການຂອງສຳນັກຂ່າວສານ Antara, ຕີລາຄາວ່າ:
ປະຊາຄົມໂລກໄດ້ເຫັນປະຈັກຕາ ແລະ ຮັບຮູ້ວິວັດການປະຕິຮູບເສດຖະກິດຂອງ ຫວຽດນາມ ທີ່ມີຊື່ວ່າ ປ່ຽນແປງໃໝ່ ນັບແຕ່ໄດ້ເລີ່ມປະຕິບັດເມື່ອປີ 1986, ຈາກປະເທດຫຼ້າຫຼັງດ້ວຍ 90% ປະຊາກອນເຮັດວຽກໃນຂົງເຂດກະສິກຳ ກາຍເປັນໜຶ່ງໃນບັນດາປະເທດມະຫາອຳນາດດ້ານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນທະວີບ ອາຊີ.
ນຳປະເທດຊາດກ້າວຂຶ້ນ
ຫວຽດນາມ ພວກມມຸ່ງໄປສູ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປະເທດຊາດໄດ້ທ້ອນໂຮມເປັນເອກະພາບໃນປີ 2045, ຂີດໝາຍ 100 ປີ ແຫ່ງວັນສະຖາປະນາປະເທດຊາດ, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ນີ້ບໍ່ພຽງແຕ່ແມ່ນມາດຖານເສດຖະກິດເທົ່ານັ້ນ, ຫາກຍັງແມ່ນຄວາມມຸ່ງຫວັງກ່ຽວກັບອິດທິພົນຊື່ສຽງ, ກ່ຽວກັບຄວາມສາມາດແກ່ງແຍ້ງ ແລະ ກ່ຽວກັບຂອບຂະໜາດຂອງ ຫວຽດນາມ ໃນຄວາມເປັນລະບຽບຮຽບຮ້ອຍເສດຖະກິດທົ່ວໂລກອີກດ້ວຍ.
ກ່າວຄຳເຫັນທີ່ວາລະປຶກສາຫາລືເສດຖະກິດ-ສັງຄົມ ໃນຂອບເຂດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ເນັ້ນໜັກວ່າ:
ຫວຽດນາມ ຈະບັນລຸໄດ້ການເຕີບໂຕສູງໃນໄລຍະເວລາຍາວນານ ກໍ່ຕໍ່ເມື່ອມີພື້ນຖານເສດຖະກິດມະຫາພາກເປັນປົກກະຕິ. ດັ່ງນັ້ນ, ລັດຖະບານສືບຕໍ່ກຳນົດວ່າ ການຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິແມ່ນເງື່ອນໄຂຕັດສິນຊີ້ຂາດ. ບັນຫາປ່ຽນແປງໃໝ່ຮູບແບບການເຕີບໂຕ ແນ່ນອນວ່າຕ້ອງປະຕິບັດຢ່າງແຮງທີ່ສຸດ. ທີສອງແມ່ນກຸ່ມບັນດາມາດຕະການເພື່ອໃຫ້ ຫວຽດນາມ ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງປະເທດຊາດໄດ້ຢ່າງສຸດຂີດ, ພິເສດແມ່ນການລົງທຶນໃຫ້ແກ່ການພັດທະນາວິທະຍາສາດ ເຕັກໂນໂລຊີ ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ທີສາມແມ່ນເສີມຂະຫຍາຍບົດບາດຂອງບັນດາພາກສ່ວນເສດຖະກິດບົນພື້ນຖານແກ່ງແຍ້ງຢ່າງສະເໝີພາບ, ເຊື່ອມຕໍ່ລະບົບຄຸນຄ່າ.
ພາຍຫຼັງ 51 ປີທີ່ປະເທດຊາດມີສັນຕິພາບ, ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່ ຊື່ງບັນດາການປະຕິຮູບຢ່າງແຮງກ່ຽວກັບລະບອບລະບຽບການ, ອົງການຈັດຕັ້ງກົງຈັກ, ກ່ຽວກັບວິທີການບໍລິຫານແຫ່ງຊາດ ພວມເປີດປະຕູໃຫ້ແກ່ອະນາຄົດທີ່ຈະເລີນຮຸ່ງເຮືອງ.
ການກະທຳອັນລະອຽດ, ຂ້ຽວຂາດຂອງທັງລະບົບການເມືອງ ໃນການປ່ຽນແປງໃໝ່ຈິນຕະນາການ, ປະຕິຮູບລະບອບລະບຽບການ, ສ້າງສະພາບແວດລ້ອມທີ່ໃສແຈ້ງ, ສະດວກໃຫ້ແກ່ການປະດິດຄິດສ້າງ ແລະ ການພັດທະນາ. ການກະທຳທີ່ໝັ້ນໜຽວຂອງ ປຊຊ ແຕ່ລະຄົນໃນການອອກແຮງງານ, ຮ່ຳຮຽນ, ປະດິດຄິດສ້າງ. ທຸກຢ່າງເຫຼົ່ານັ້ນຈະນຳເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045 ປະກົດຜົນເປັນຈິງ. ເປົ້າໝາຍນັ້ນກໍ່ແມ່ນຄຳໝັ້ນສັນຍາຕໍ່ລຸ້ນພໍ່ລຸ້ນອ້າຍທີ່ວ່າ ການເສຍສະຫຼະຂອງລຸ້ນກ່ອນ ຈະໄດ້ຮັບຄວາມຕອບບຸນແທນຄຸນດ້ວຍອະນາຄົດທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ແກ່ຊາດ./.








