ຫວຽດນາມແມ່ນປະເທດທຳອິດໃນໂລກຕອບສະຫນອງຈຸດໝາຍ90-90-90
26/10/2014 08:13
(vovworld)-ຕອນບ່າຍວັນທີ 25/10 ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມໄດ້ຈັດຕັ້ງພິທີປຸກລະດົມ

ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ກ່າວຄຳເຫັນ ທີ່ພິທີ ພາບ:chinhphu.vn (vovworld)-ຕອນບ່າຍວັນທີ 25/10 ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມໄດ້ຈັດຕັ້ງພິທີປຸກລະດົມຕອບສະຫນອງຈຸດໝາຍ 90-90-90 ເພື່ອແນໃສ່ມຸ່ງໄປເຖິງເລື່ອງລົບລ້າງ HIV/AIDS ໃນປີ 2030. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ແລະ ທ່ານຮອງເລຂາທີການໃຫຍ່ ສປຊ Michel Sidibe ເຂົ້າຮ່ວມເຫດການນີ້. ຈຸດໝາຍ 90-90-90 ແມ່ນສູ້ຊົນຮອດປີ 2020 ມີເຖິງ 90% ຈຳນວນຜູ້ຕິດເຊື້ອ HIV ຮູ້ຈັກສະພາບການຕິດພະຍາດຂອງຕົນ, 90% ຈຳນວນຜູ້ຕິດເຊື້ອ HIV ໄດ້ຮັບການບົ່ງມະຕິ ແລະ ໄດ້ປິ່ນປົວຢາ ARV ຢ່າງລຽນຕິດ ແລະ 90% ໄດ້ຮັບການປິ່ນປົວຢາ ARV ຄວບຄຸມປະລິມານໄວຣັດຢູ່ໃນລະດັບຕ່ຳສຸດ ແລະ ເປັນປົກກະຕິ. ທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຊີ້ແຈ້ງວ່າ:
TAG
vovworld/ຜູ້ຕິດເຊື້ອ HIV
Related






