
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ
ຕ້ອນຮັບທ່ານ Irial Finanຮອງປະທານຜູ້ບໍລິຫານ ກຸ່ມບໍລິສັດCocaCola
(ພາບ: VGP)
(vovworld) – ຕອນບ່າຍ ວັນທີ 22/6, ໃນການຕ້ອນຮັບ ທ່ານ Irial Finan ຮອງປະທານ ຜູ້ບໍລິຫານ ກຸ່ມບໍລິສັດ Coca Cola, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ຢືນຢັນວ່າ: ລັດຖະບານຫວຽດນາມ ຈະສືບຕໍ່ສຸມໃສ່ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂໃນການດຳເນີນທຸລະກິດຢ່າງໂປ່ງໃສ, ສະເໝີພາບ ໃຫ້ແກ່ບັນດາບຸກຄົນ, ວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ລັດຖະບານຫວຽດນາມ ກໍ່ເດັດດ່ຽວຮຽກຮ້ອງບັນດາວິສາຫະກິດ ປະຕິບັດຂໍ້ກຳນົດ ຂອງກົດໝາຍຫວຽດນາມ ໃນການປະຕິບັດພັນທະພາສີອາກອນ, ພັນທະໃນການຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ ແລະ ສົ່ງເສີມບັນດາວິສາຫະກິດ ມີການປະກອບສ່ວນ ໃຫ້ປະຊາຄົມປະຈຳຖິ່ນ ຫຼາຍກວ່າເກົ່າ.






