ຫວຽດນາມຮຽກຮ້ອງຕ້ອງເຄົາລົບກົດໝາຍມະນຸດສະທຳ,ສິດທິມະນຸດສາກົນຢູ່ເຂດດິນແດນຖືກຢືດຄອງຂອງປາແລດສະຕີນ
24/07/2014 10:15
(vovworld)- ທ່ານ ເອກອັກຄະລັດຖະທູດ ຫງວຽນແທງຈູງ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ

ການໃຊ້ຄວາມຮຸນແຮງພວມປິນຂັ້ນໄດຢູ່ເຂດກາຊາ ພາບ:internet (vovworld)- ທ່ານ ເອກອັກຄະລັດຖະທູດ ຫງວຽນຈູງແທງ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນ ຢູ່ ເຊີແນວ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວທີ່ວາລະປະຊຸມພິເສດຄັ້ງທີ 21 ຂອງສະພາສິດທິມະນຸດ ສປຊ ກ່ຽວກັບສະພາບການສິດທິມະນຸດ ຢູ່ ເຂດດິນແດນຖືກຢືດຄອງຂອງ ປາແລດສະຕີນ ຊື່ງລວມມີ Jelusalem ຕາເວັນອອກ ໃນວັນທີ 23/7. ທ່ານ ເອກອັກຄະລັດຖະທູດ ຫງວຽນຈູງແທງ ເນັ້ນຫນັກວ່າ: ການໃຊ້ຄວາມຮຸນແຮງປິນຂັ້ນໄດ ຢູ່ເຂດດິນແດນຖືກຢືດຄອງຂອງ ປາແລດສະຕີນ ໄດ້ເຮັດໃຫ້ປະຊາຊົນຫລາຍຄົນຖືກເສຍຊີວິດ ແລະ ບາດເຈັບ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ ນີ້ແມ່ນສິ່ງທີ່ບໍ່ສາມາດຮັບຮູ້ໄດ້. ຫວຽດນາມ ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງ ຕ້ອງເຄົາລົບກົດໝາຍມະນຸດສະທຳ, ສິດທິມະນຸດສາກົນ, ຢຸດຕິການໃຊ້ຄວາມຮຸນແຮງຕ້ານສາມັນຊົນໂດຍທັນທີ, ອະນຸຍາດ ແລະ ສ້າງເງື່ອນໄຂໃຫ້ການເຄື່ອນໄຫວມະນຸດສະທຳເຂົ້າເຂດດັ່ງກ່າວໂດຍໄວ, ພິເສດແມ່ນຢູ່ເຂດ ກາຊາ.
TAG
vovworld/ຮຸນແຮງ
Related
More






