ຫວຽດນາມສິ້ນສຸດອາຍຸການສະພາບໍລິຫານUNESCOສຳເລັດຜົນ
23/11/2013 17:00
(vovworld)-ກອງປະຊຸມຄັ້ງທີ 37 ຂອງສະມັດຊາໃຫຍ່ອົງການ UNESCO ຫາກໍອັດລົງ

ທ່ານ ເຢືອງວັນກວ໋າງ ພາບ:internet (vovworld)-ກອງປະຊຸມຄັ້ງທີ 37 ຂອງສະມັດຊາໃຫຍ່ອົງການ UNESCO ຫາກໍອັດລົງ. ນີ້ແມ່ນກົງກັບຈຸດເວລາຫວຽດນາມສິ້ນສຸດອາຍຸການເປັນສະມາຊິກສະພາບໍລິຫານ UNESCO(2010-2013). ທ່ານ ເຢືອງວັນກວ໋າງ, ຫົວຫນ້າຄະນະຜູ້ແທນຫວຽດນາມປະຈຳ UNESCO ຖືວ່າ: ສອງເຫດການສຳຄັນທີ່ກ່ຽວຂ້ອງເຖິງຫວຽດນາມໄດ້ຮັບການຕັດສິນໃນຂອບເຂດກອງປະຊຸມຄັ້ງທີ 37 ຂອງສະມັດຊາໃຫຍ່ UNESCO ນັ້ນແມ່ນກອງປະຊຸມອອກມະຕິເຊີດຊູນັກກະວີໃຫຍ່ ຫງວຽນຢູ ຂອງຫວຽດນາມ ພ້ອມກັບບຸລຸດວັດທະນະທຳອື່ນໃນໂລກ ແລະ ຫວຽດນາມ ໄດ້ຮັບເລືອກເຟັ້ນແມ່ນຫນຶ່ງໃນ 21 ສະມາຊິກຂອງຄະນະກຳມະການມໍລະດົກໂລກ ອາຍຸການ 2013-2017.ທ່ານເອກອັກຄະລັດຖະທູດເຢືອງວັນກວ໋າງ ກໍເນັ້ນຫນັກການປະກອບສ່ວນຢ່າງຕັ້ງຫນ້າຂອງຫວຽນາມໃນອາຍຸ ການຜ່ານມາ ແມ່ນຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະUNESCO.
TAG
vovworld/vov/ສິ້ນສຸດອາຍຸການ
Related
More




