ອີຣານ ຕີລາຄາຮອບເຈລະຈາກັບ ອາເມລິກາ ສະແດງໃຫ້ເຫັນ “ຄວາມເຂັ້ມງວດຢ່າງຈະແຈ້ງ”
27/02/2026 07:32
(VOVWORLD) - ວັນທີ 26 ກຸມພາ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ຮອບເຈລະຈານິວເຄຼຍແບບທາງອ້ອມຄັ້ງທີ 3 ລະຫວ່າງ ອີຣານ ແລະ ອາເມລິກາ ທີ່ດຳເນີນໃນວັນທີ 26 ກຸມພາ ຢູ່ ເຊີແນວ (ສະວິດ) ແມ່ນ “ໜຶ່ງໃນບັນດາຮອບເຈລະຈາທີ່ເຂັ້ມງວດທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ”.

ຕາມທ່ານລັດຖະມົນຕີການຕ່າງປະເທດ ອີຣານ ແລ້ວ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບໂຄງການດຳເນີນງານນິວເຄຼຍຂອງ ເຕເຮຣານ ກໍຄືບັນດາມາດຕະການລົງໂທດຂອງ ອາເມລິກາ ແນໃສ່ ອີຣານ. ບາງເນື້ອໃນບັນລຸໄດ້ຄວາມຮັບຮູ້ລວມ, ໃນຂະນະນັ້ນ ຍັງມີຄວາມແຕກຕ່າງກັນຫຼາຍຢ່າງຢູ່ໃນບັນດາບັນຫາອື່ນ, ແຕ່ທັງສອງຝ່າຍລ້ວນແຕ່ສະແດງ “ຄວາມເຂັ້ມງວດຢ່າງຈະແຈ້ງ” ເພື່ອແນໃສ່ຊອກຫາມາດຕະການ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາຮອບເຈລະຈາຂັ້ນເຕັກນິກວິຊາການຈະສືບຕໍ່ດຳເນີນໃນວັນທີ 3 ມີນາ ຢູ່ສຳນັກງານອົງການພະລັງງານປະລະມານູສາກົນ (IAEA) ຢູ່ວຽນ (ໂອຕາລິດ) ດ້ວຍເປົ້າໝາຍສ້າງຂອບເຂດ ແລະ ໂຄງສ້າງໃຫ້ແກ່ບາງບັນຫາເຕັກນິກທີ່ເປັນແກ່ນສານ.
TAG
VOV/VOVworld/ອົງການພະລັງງານປະລະມານູສາກົນ/ຮອບເຈລະຈາທີ່ເຂັ້ມງວດທີ່ສຸດ/ອີຣານ - ອາເມລິກາ
Related





