VOV WorldVOV World
ອີຣານ ຮັບຮອງການເຈລະຈາກັບ ຕາລີບານ
18/09/2019 09:58
(VOVWORLD) -ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Abbas Mousavi ໃນວັນທີ 17 ກັນຍາ ໄດ້ຮັບຮອງວ່າ ຄະນະປະຕິບັດງານຂອງ ຕາລີບານ ໄດ້ມີການພົບປະກັບເຈົ້າໜ້າທີ່ ອີຣານ ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ ອາບການິດສະຖານ.
ອີຣານ ຮັບຮອງການເຈລະຈາກັບ ຕາລີບານ
ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Abbas Mousavi (ພາບ: IRNA/ TTXVN)   ເຖິງຢ່າງໃດກໍຕາມ, ທ່ານ Mousavi ກໍບໍ່ເຜີຍໃຫ້ຮູ້ຂໍ້ມູນລະອຽດຕື່ມອີກ. ການກະທໍາດັ່ງກ່າວ ຖືກດໍາເນີນພາຍຫຼັງການເຈລະຈາລະຫວ່າງ ອາເມລິກາ ແລະ ຕາລີບານຖືກລົ້ມລະລາຍ 01 ອາທິດ.         ກ່ອນໜ້ານັ້ນໃນວັນດຽວກັນ, ໂຄສົກຂອງພວກກະບົດ ຕາລີບານ Suhail Shaheen ໃຫ້ຮູ້ວ່າ ຄະນະປະຕິບັດງານຂອງຂະບວນອິດສະລາມຫົວຮຸນແຮງນີ້ ໄດ້ໄປຮອດ ອີຣານ ໃນວັນທີ 16 ກັນຍາ ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ໃນວິວັດທະນານການສ້າງສັນຕິພາບຢູ່ ອາບການິດສະຖານ, ຄວາມຄືບໜ້າ ແລະ ຄວາມປອດໄພຂອງບັນດາໂຄງການເສດຖະກິດຂອງ ອີຣານ ຢູ່ ປະເທດ ອາຊີຕາເວັນຕົກສ່ຽງໃຕ້, ກໍຄືບັນດາຄວາມມານະພະຍາຍາມຂອງສາກົນ ແລະ ພາກພື້ນ ເພື່ອແນໃສ່ສ້າງສັນຕິພາບຢູ່ປະເທດທີ່ພວມຖືກສົງຄາມທໍາລາຍນີ້.
TAG
VOV/VOVworld/ຕາລີບານ/ອາບການິດສະຖານ/ຫົວຮຸນແຮງ