ການໃຊ້ຄວາມຮຸນແຮງ ສືບຕໍ່ປິນຂັ້ນໄດຢູ່ ຊີຮີ.
05/03/2012 11:10
ການໃຊ້ຄວາມຮຸນແຮງ ສືບຕໍ່ປິນຂັ້ນໄດຢູ່ ຊີຮີ.

( ພາບປະກອບ ) (vovworld) - ສະພາບການຢູ່ຊີຮີ ຍັງຄົງຜັນແປໄປຢ່າງສັບສົນ, ການໃຊ້ຄວາມຮຸນແຮງພວມປິນຂັ້ນໄດ, ໃນຂະນະທີ່ບັນດາກຳລັງຝ່າຍຄ້ານຢູ່ຊີຮີ ສືບຕໍ່ແຊກແຊງເຂົ້າ. ວັນທີ 4/3, ການປະທະກັນລະຫວ່າງກຳລັງລັດຖະບານກັບຝ່າຍຄ້ານຢູ່ຊີຮີ ສືບຕໍ່ເກີດຂຶ້ນ. ບັນດານັກເຄື່ອນໄຫວໃຫ້ຮູ້ວ່າ, ທົ່ວປະເທດຊີຮີ ມີ 10 ກວ່າຄົນເສຍຊີວິດ. ຕໍ່ໜ້າສະພາບການຄືດັ່ງກ່າວ, ໄດ້ປະກົດມີຄຳຮຽກຮ້ອງປະກອບອາວຸດຕື່ມອີກໃຫ້ແກ່ຝ່າຍລຸກຮຶ້ຂຶ້ນຢູ່ຊີຮີ. ວັນທີ 4/3, ສະມາຊິກ ສະພາສູງອາເມລິກາ Graham ຖືວ່າ, ພວກກະບົດຢູ່ຊີຮີ ຄວນໄດ້ຮັບການປະກອບອາວຸດ ໂດຍຜ່ານສະຫະພັນອາຮັບ ກໍ່ຄືຄວນສ້າງບັນດາເຂດຫ້າມບີນ ແລະ ເກືອດຫ້າມການໄປມາໃນທັນທີ, ເພື່ອຈຳກັດການເຄື່ອນໄຫວຂອງກຳລັງທັບອາກາດ ແລະທັບບົກຊີຮີ. ໃນຂະນະນັ້ນ, ນັກເຄື່ອນໄຫວຝ່າຍຄ້ານອັນດັບໜຶ່ງຫຼາຍທ່ານຢູ່ຊີຮີ ພວມຄັດຄ້ານເລື່ອງຕ່າງປະເທດ ສາມາດປະກອບອາວຸດໃຫ້ພວກລຸກຮຶ້ຂຶ້ນ. ເຂົາເຈົ້າເນັ້ນໜັກວ່າ, ເຮັດຄືແນວນັ້ນຈະພາໄປເຖິງເສິກກາງເມືອງ ”ຢ່າງຮອບດ້ານ”.
TAG
ຊີຮີ
Related





