ການເຄື່ອນໄຫວສະເຫລີມສະຫລອງ65ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການແຂ່ງຂັນຮັກຊາດ
03/06/2013 10:06
ເນື່ອງໃນໂອກາດສະເຫລີມສະຫລອງ 65 ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການແຂ່ງຂັນຮັກຊາດ ແລະ 65 ປີ “ຕຳຫລວດປະຊາຊົນຮຳ່ຮຽນ ແລະ ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມີນ”
ພາບປະກອບ:internet (vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 65 ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການແຂ່ງຂັນຮັກຊາດ ແລະ 65 ປີ “ຕຳຫລວດປະຊາຊົນຮຳ່ຮຽນ ແລະ ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມີນ”, ຕອນເຊົ້າວັນທີ 3/6 ຢູ່ ຮ່າໂນ້ຍ, ຫນັງສືພິມເຍີນເຢີນ(ປະຊາຊົນ) ສົມທົບກັບກະຊວງຕຳຫລວດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນແບບຢ່າງດີເດັ່ນ 65 ປີຕຳຫລວດປະຊາຊົນຮຳ່ຮຽນ ແລະ ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມີນ. ໃນ 65 ປີຜ່ານມາ, ຂະບວນການຮຳ່ຮຽນ ແລະ ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມີນໄດ້ກາຍເປັນຂະບວນການແຂ່ງຂັນທີ່ກວ້າງຂວາງ, ຍາມໃດກໍແມ່ນເນື້ອໃນຈຸດສຸມຂອງວຽກງານການເມືອງ, ແນວຄິດໃນກຳລັງຕຳຫລວດ. ຕອນເຊົ້າວັນດຽວກັນ, ສະມາຄົມນັກຂ່າວຫວຽດນາມ ຈັດການປະຊຸມຂ່າວແນະນຳລາຍການສິລະປະເພື່ອສະເຫລີມສະຫລອງວັນດັ່ງກ່າວຊື່ງຈະຖືກຈັດຂຶ້ນຢູ່ຮ່າໂນ້ຍໃນວັນທີ 8/6. ທ່ານ ເຈີນຢາທາຍ, ຮອງປະທານສະມາຄົມນັກຂ່າວຫວຽດນາມໃຫ້ຮູ້ວ່າ:
TAG
ແຂ່ງຂັນຮັກຊາດ
Related





