ການເລືອກຕັ້ງຢູ່ອາເມລິກາປີ2016:ສະມາຊິກສະພາສູງTed Cruzຍາດໄດ້ຮັບໄຊຊະນະທີ່Kansas
06/03/2016 08:03
ການເລືອກຕັ້ງຢູ່ອາເມລິກາປີ2016:ສະມາຊິກສະພາສູງTed Cruzຍາດໄດ້ຮັບໄຊຊະນະທີ່Kansas

ພາບປະກອບ (vovworld) – ຕາມຜົນແຫ່ງການປ່ອນບັດໃນວັນທີ 5/3, ເຊິ່ງແມ່ນການປ່ອນບັດທຳອິດໃນການຊ່ວງເສັງຍາດທີ່ຕັ້ງເປັນຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ຂອງພັກ ສາທາລະນະ, ສະມາຊິກສະພາສູງTed Cruz ຍາດໄດ້ໄຊຊະນະທີ່ລັດ Kansas, ດ້ວຍຈຳນວນບັດສະໜັບສະໜູນກວມ 43% ຈຳນວນບັດໄດ້ນັບ, ສະມາຊິກສະພາສູງລັດ Texas ຍາດໄດ້ 49% ຈຳນວນບັດສະໜັບສະໜູນ, ສ່ວນເສດຖີເງິນຕື້ Donald Trump ບັນລຸບັດສະໜັບສະໜູນໄດ້ພຽງ 24,7% . ສະມາຊິກສະພາສູງ Ted Cruz, ກໍ່ຍາດໄດ້ທ່າແຮງໃນການປ່ອນບັດທົດລອງໃນວັນດຽວກັນຂອງຝ່າຍຮັກສາເດີມ. ໝາກຜົນດັ່ງກ່າວສະແດງໃຫ້ເຫັນວ່າ ສະມາຊິກສະພາສູງ Ted Cruz ສາມາດທ່ວງທັນກັບທ່ານ Donald Trump, ເຊິ່ງແມ່ນຜູ້ສະໝັກຮັບເລືອກຕັ້ງແຖວໜ້າຂອງພັກສາທາລະນະໃນການຊ່ວງເສັງເຂົ້າທຳທຽບຂາວໃນຫຼາຍສັບປະດາຜ່ານມາ.
TAG
vovworld
ເລືອກຕັ້ງຢູ່ອາເມລິກາ
Related





