ການນຳຂັ້ນສູງພັກ, ລັດ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ
25/06/2012 10:57
ຕອນເຊົ້າວັນທີ 25/6, ທ່ານປະທານປະເທດ ຫວຽດນາມ Truong Tan Sang ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈິມີນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ 1 ນະຄອນໂຮ່ຈິມີນ

ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດ ເລືອກຕັ້ງນະຄອນ ໂຮ່ຈິມີນ (vovword) - ຕອນເຊົ້າວັນທີ 25/6, ທ່ານປະທານປະເທດ ຫວຽດນາມ Truong Tan Sang ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈິມີນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ 1 ນະຄອນໂຮ່ຈິມີນ ເພື່ອລາຍງານໝາກຜົນກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13. ທີ່ການຕ້ອນຮັບ, ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາເນື້ອໃນຊຶ່ງສະພາແຫ່ງຊາດປຶກສາຫາລື ແລະ ຮັບຮອງເອົາໃນສະໄຫມປະຊຸມ, ພິເສດ ແມ່ນສະພາບເສດຖະກິດສັງຄົມຂອງປະເທດຊາດ ແລະ ກົດໝາຍສະບັບສຳຄັນຈຳນວນຫນຶ່ງ, ສອດຄ່ອງກັບການພັດທະນາລວມ. ຕາມຜູ້ມີສິດເລືອກຕັ້ງຫລາຍຄົນແລ້ວ, ລັດຖະບານ ຄວນຫນູນຊ່ວຍຢ່າງຕັ້ງຫນ້າກວ່າອີກເພື່ອໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ, ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນຈຳນວນຫນຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ. ກ່ຽວກັບບັນຫາແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ທ່ານປະທານປະເທດ Truong Tan Sang ໃຫ້ຮູ້ວ່າ:
TAG
ຜູ້ມີສິດເລືອກຕັ້ງ
Related






