VOV WorldVOV World
ການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ແຂວງ ບາກລຽວ
18/11/2019 10:10
(VOVWORLD) - ຕອນບ່າຍວັນທີ 17 ພະຈິກ, ທ່ານ ຟ້າມມິງຈິ໋ງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ທີ່ ເຂດຊຸມຊົນບ້ານ ຈາບານ II, ຕາແສງເຈົາຮຶ່ງ A, ເມືອງ ວິ໋ງເລິ້ຍ.
ການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ແຂວງ ບາກລຽວ
 ທ່ານ ຟ້າມມິງຈິ໋ງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ         ໂດຍກ່າວປາໄສສະແດງຄວາມດີໃຈກັບພໍ່ແມ່ປະຊາຊົນ, ທ່ານ ຟ້າມມິງຈິ໋ງ ເນັ້ນໜັກວ່າ: ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນກາລະໂອກາດທີ່ດີເພື່ອຫວນຄືນມູນເຊື້ອ, ກໍ່ຄືແມ່ນວັນດຳເນີນຊີວິດການເມືອງຢູ່ເຂດຊຸມຊົນ, ຜ່ານນັ້ນ, ກໍ່ໄດ້ຍົກສູງຊີວິດວັດທະນະທຳ, ຈິດໃຈໃຫ້ແກ່ປະຊາຊົນ, ທ່ານ ມີຄວາມປາຖະໜາໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ປະຕິບັດບັນດາ ຂະບວນການແຂ່ງຂັນ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເຂັ້ມແຂງ. ຄະນະກຳມະການແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ ຍູ້ແຮງວຽກງານໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍຕ່າງໆຂອງພັກ ແລະ ລັດໃຫ້ແກ່ພໍ່ແມ່ປະຊາຊົນ.         ເນື່ອງໃນໂອກາດດັ່ງກ່າວ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ມອບເຮືອນມະຫາສາມັກຄີ ຈຳນວນ 10 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ.
TAG
VOV/VOVworld/ການນຳພັກ/ລັດ/ວັນບຸນມະຫາສາມັກຄີ/ແຂວງ ບາກລຽວ