ການປະຊຸມຂ່າວປະກາດ ອ່າວ Ha Long ກາຍເປັນສິ່ງມະຫັດສະຈັນ ແຫ່ງໃຫມ່ຂອງໂລກ
30/03/2012 10:51
ອົງການ New 7 Wonders ຈະມອບໃຫ້ ຫວຽດນາມ ສີລາຫລອມດ້ວຍທອງແດງ 2 ແຜ່ນ, ໃນນັ້ນມີເນື້ອໃນຮັບຮູ້ອ່າວ Ha Long ແມ່ນສິ່ງມະຫັດສະຈັນທຳມະຊາດໃຫມ່ຂອງໂລກ

ທ່ານ Bernard Weber ແລະ ທ່ານ Jean Paul ສັງກັດອົງການ New 7 Wonders ໃນການປະຊຸມຂ່າວ ພາບ:internet (vovworld) - ອ່າວ Ha Long ຂອງຫວຽດນາມ ກາຍເປັນຫນຶ່ງໃນສິ່ງມະຫັດສະຈັນທຳມະຊາດໃຫມ່ 7 ແຫ່ງຂອງໂລກ, ນີ້ແມ່ນຄຳປະກາດໂດຍແມ່ນທ່ານ Bernard Weber ປະທານອົງການ New 7 Wonders ຍົກອອກໃນການປະຊຸມຂ່າວຊຶ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 30/3 ຢູ່ ຮ່າໂນ້ຍ. ນະພິທີປະກາດຢ່າງເປັນທາງການ, ອົງການ New 7 Wonders ຈະມອບໃຫ້ ຫວຽດນາມ ສີລາຫລອມດ້ວຍທອງແດງ 2 ແຜ່ນ, ໃນນັ້ນມີເນື້ອໃນຮັບຮູ້ອ່າວ Ha Long ແມ່ນສິ່ງມະຫັດສະຈັນທຳມະຊາດໃຫມ່ຂອງໂລກເພື່ອຕັ້ງຢູ່ Ha Noi ແລະ ແຂວງ Quang Ninh. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Bernard Weber ປະທານອົງການ New 7 Wonders ເວົ້າວ່າ:
TAG
New 7 Wonders
Related





