ການພົບປະສັງສັນກັບສະມາຊິກສະພາແຫ່ງຊາດຜ່ານບັນດາໄລຍະຢູ່ທ້ອງຖິ່ນຕ່າງໆ
05/01/2016 11:33
(vovworld)- ຕອນບ່າຍວັນທີ 4/1, ຄະນະສະມາຊີກສະພາແຫ່ງຊາດ ແຂວງ ກຽນຢາງ ໄດ້ຈັດຕັ້ງການພົບປະສັງສັນສະມາຊິກສະພາແຫ່ງຊາດລຸ້ນຕ່າງໆໃນແຂວງ ເນື່ອງໃນໂອກາດສະເຫລີມສະຫລອງ

ບັນດາສະມາຊິກສະພາແຫ່ງຊາດທີ່ການພົບປະສັງສັນ ພາບ:bacninhtv.vn (vovworld)- ຕອນບ່າຍວັນທີ 4/1, ຄະນະສະມາຊີກສະພາແຫ່ງຊາດ ແຂວງ ກຽນຢາງ ໄດ້ຈັດຕັ້ງການພົບປະສັງສັນສະມາຊິກສະພາແຫ່ງຊາດລຸ້ນຕ່າງໆໃນແຂວງ ເນື່ອງໃນໂອກາດສະເຫລີມສະຫລອງ ວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ(6/1/1946-6/1/2016). ໃນ 13 ອາຍຸການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ກຽນຢາງ ມີສະມາຊິກສະພາແຫ່ງຊາດ 79 ຄົນ ໄດ້ສຳເລັດພາລະຫນ້າທີ່ຂອງຜູ້ແທນໂດຍປະຊາຊົນເລືອກຕັ້ງ, ປະກອບສ່ວນເຂົ້າໃນການສ້າງລັດແຫ່ງອຳນາດນິຕິບັນຍັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢູ່ ຫວຽດນາມ. ໃນວັນດຽວກັນ ຢູ່ ແຂວງ ບັກນີງ ກໍໄດ້ຈັດການພົບປະສັງສັນສະມາຊິກສະພາແຫ່ງຊາດລຸ້ນຕ່າງໆ. ນະທີ່ນີ້ ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນທົບທວນຄືນຄວາມໝາຍປະຫວັດສາດຂອງການເລືອກຕັ້ງທົ່ວປະເທດຄັ້ງທຳອິດ ແລະ ມູນເຊື້ອ 70 ປີແຫ່ງການສ້າງຕັ້ງ, ພັດທະນາຂອງສະພາແຫ່ງຊາດຫວຽດນາມ ກໍຄືຄະນະສະມາຊິກສະພາແຫ່ງຊາດ ແຂວງ ບັກນີງ. ຢູ່ແຂວງ ຮ່າຕີ້ງ ແລະ ເຫົ້າຢາງ ກໍໄດ້ຈັດຕັ້ງການພົບປະສັງສັນບັນດາສະມາຊິກສະພາແຫ່ງຊາດຂອງແຂວງລຸ້ນຕ່າງໆ ເຊັ່ນດຽວກັນ. ຢູ່ແຂວງ ຮ່າຕີງ, ການນຳແຂວງ ໄດ້ມອບຫລຽນກາທີ່ລະນຶກໃຫ້ສະມາຊິກສະພາແຫ່ງຊາດ 10 ຄົນ ຍ້ອນໄດ້ມີການປະກອບສ່ວນເພື່ອພາລະກິດສະພາແຫ່ງຊາດຫວຽດນາມ.
TAG
vovworld/ສະມາຊີກສະພາແຫ່ງຊາດ
Related






