ການພົວພັນ ຈີນ - ອາເມລິກາ ເຄັ່ງຕຶງ ພາຍຫລັງສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍກ່ຽວກັບ ຮົ່ງກົງ
21/11/2019 07:31
(VOVWORLD) -ໃນສະພາບການທີ່ພວມເກີດການໂຕ້ຖຽງກັນກ່ຽວກັບຂໍ້ຕົກລົງດ້ານການຄ້າ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ຝ່າຍ, ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ເຊິ່ງພັດເຄັ່ງຕຶງຂຶ້ນຕື່ມ ເມື່ອ ວັນທີ 20 ພະຈິກ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍກ່ຽວກັບ ຮົ່ງກົງ.

ທ່ານ ເກີງສາງ ໂຄສົກກະຊວງການຕ່າງປະເທດ ຈີນ ໃນຕອນບ່າຍຂອງວັນດຽວກັນ, ທ່ານ ເກີງສາງ ໂຄສົກກະຊວງການຕ່າງປະເທດ ຈີນ ອີກຄັ້ງໜຶ່ງ ອອກສຽງ “ການກ່າວປະນາມຢ່າງແຮງ” ແລະ “ເດັດດ່ຽວຂັດຄ້ານ” ຂອງລັດຖະບານ ຈີນ. ທ່ານ ເກີງສາງ ໃຫ້ຮູ້ວ່າ: ການກະທຳແຊກແຊງຂອງ ອາເມລິກາ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງຜົນປະໂຫຍດຂອງ ຈີນ ເທົ່ານັ້ນ, ຫາກຍັງກໍ່ຄວາມເສຍຫາຍທັງຜົນປະໂຫຍດອັນສຳຄັນຂອງ ອາເມລິກາ ຢູ່ ຮົ່ງກົງ ອີກດ້ວຍ ແລະ ຈະບໍ່ສາມາດປະຕິບັດໄດ້ອີກຕໍ່ໄປ. ທ່ານ ເກີງສາງ ກໍ່ກ່າວເຕືອນວ່າ ຈີນ ຈະດຳເນີນບັນດາມາດຕະການໂຕ້ຕອບ ຖ້າຫາກວ່າຮ່າງກົດໝາຍສະບັບນີ້ ໄດ້ຮັບການລົງນາມເພື່ອປະກາດໃຊ້ເປັນກົດໝາຍ.
TAG
VOV/VOVworld/ການພົວພັນ/ຈີນ/ອາເມລິກາ/ຮົ່ງກົງ
Related





