VOV WorldVOV World
ການທວງເອົາອະທິ ປະໄຕຂອງຈີນໃນ ທະເລຕາເວັນອອກ ແມ່ນເກີນຂອບເຂດ
29/06/2012 04:58
ການ​ທວງ​ເອົາ​ອະທິປະ​ໄຕຂອງ​ຈີນ​ໃນ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເກີນ​ຂອບ​ເຂດ
ການທວງເອົາອະທິ ປະໄຕຂອງຈີນໃນ ທະເລຕາເວັນອອກ ແມ່ນເກີນຂອບເຂດ
ອາເມລິກາຄັດຄ້ານການນຳໃຊ້ກຳລັງອາວຸດເພື່ອແກ້ໄຂການພິພາດຢູ່ທະເລຕາເວັນອອກ  (ພາບ: VOV.) (vovworld) - ​ໃນ​ມື້​ທີ​ສອງ​ຂອງກອງ​ປະຊຸມ​ສຳ​ມະ​ນາ ”ທະ​ເລ​ຕາ​ເວັນ​ອອກ ​ແລະ ອາຊີ​ປາຊີ​ຝິກ ​ໃນ​ໄລຍະ​ຂ້າມ​ຜ່ານ, ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ການ​ພິພາດ” ​ໂດຍ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS) ຈັດ​ຕັ້ງ​ຂຶ້ນ​ຢູ່ນະຄອນຫຼວງ​ວໍ​ຊິງ​ຕັນນັ້ນ, ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ Joe Liberman ​ໄດ້​ມີ​ບົດ​ປາ​​ໄສ​ໂດຍ​ຖື​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບໍ່ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ອາ​ເມ​ລິ​ກາ ​ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ທົ່ວ​ໂລກ​ອີກ​ດ້ວຍ, ນະ​ໂຍບາຍ​ຂອງ​ຈີນ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂາດ​ພື້ນຖານຢ່າງ​ຈະ​ແຈ້ງ, ອັນ​ໄດ້​ກໍ່​ຄວາມລະແວງ​ສົງ​ໃສ, ​ແລະ​ ອາດ​ຈະ​ພາ​ໄປ​ເຖິງ​ການ​ຄິດ​ໄລ່​ທີ່​ຜິດ​ພາດ. ນີ້​ກໍ່​ແມ່ນ​ສິ່ງ​ທີ່​ພາ​ໃຫ້​ຈີນ​ນັບ​ມື້​ນັບ​ຕົກ​ຢູ່​​ໂດດ​ດຽວ​ກວ່າ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ Joe Liberman ກ່າວ​ເຕືອນ​ວ່າ:
TAG
ທະເລຕາເວັນອອກ ທະເລ