ກະກຽມສຳເນົາເອກະສານຍື່ນສະເຫນີUNESCOຮັບຮອງມໍລະດົກວັດທະນະທຳຈຳນວນຫນຶ່ງ
11/12/2015 11:03
(vovworld)-ຕອນບ່າຍວັນທີ 11/12 ຢູ່ ຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ເຮັດວຽກກັບສະພາມໍລະດົກວັດທະນະທຳແຫ່ງຊາດ

ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ (vovworld)-ຕອນບ່າຍວັນທີ 11/12 ຢູ່ ຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ເຮັດວຽກກັບສະພາມໍລະດົກວັດທະນະທຳແຫ່ງຊາດ. ນະທີ່ນີ້ ທ່ານ ຮອງນາຍົກລັດຖະມົນຕີ ຫວູດືກດາມ ຕີລາຄາສູງ ການປະກອບສ່ວນຂອງສະພາມໍລະດົກວັດທະນະທຳໃນຊຸມປີຜ່ານມາ ແລະ ຖືວ່າ: ໃນໄລຍະເຊື່ອມໂຍງ ພ້ອມກັບການຮັບເອົາສິ່ງຍອດຢ້ຽມວັດທະນະທຳຂອງມວນມະນຸດ, ຫວຽດນາມ ກໍຄວນຮັກສາບັນດາຄຸນຄ່າອັນດີງາມຂອງຊາດ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ສະພາມໍລະດົກວັດທະນະທຳແຫ່ງຊາດ ຄວນເພີ່ມທະວີການຄົ້ນຄ້ວາເນື້ອໃນວັດທະນະທຳທະເລໝູ່ເກາະ, ເປີດກວ້າງຂອບຂະຫນາດຄົ້ນຄ້ວາບາງປູຊະນີຍະສະຖານແຫ່ງຊາດພິເສດ ຮັບໃຊ້ໃຫ້ການກະກຽມສຳເນົາເອກະສານຍື່ນສະເຫນີຕໍ່ UNESCO ຮັບຮອງເປັນມໍລະດົກວັດທະນະທຳຂອງມວນມະນຸດ.
TAG
vovworld/ສະພາມໍລະດົກວັດທະນະທຳ
Related





