ກຳມະການກົມການເມືອງ Le Hong Anh ພົບປະກັບ ນາຍົກລັດຖະມົນຕີ ລາວ
18/07/2012 08:13
ໂດຍໄດ້ຮັບຄຳເຊື້ອເຊີນຂອງພັກປະຊາຊົນປະຕິວັດລາວ ແລະ ປະເທດ ສປປ ລາວ, ວັນທີ 17/7, ກຳມະການກົມການເມືອງ, ຜ້ປະຈຳການຄະນະເລຂາ Le Hong Anh ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງພັກປະຊາຊົນປະຕິວັດລາວ ແລະ ປະເທດ ສປປ ລາວ, ວັນທີ 17/7, ກຳມະການກົມການເມືອງ, ຜ້ປະຈຳການຄະນະເລຂາ Le Hong Anh ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ. ເມື່ອໄປຮອດນະຄອນຫຼວງວຽນຈັນ, ທ່ານ Le Hong Anh ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ. ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມ ລາວ ຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ຄັ້ງນີ້ກົງກັບໂອກາດສະເຫຼີມສະຫຼອງທີ່ມີຄວາມໝາຍສຳຄັນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີມິດຕະພາບແບບພິເສດ, ປະກອບສ່ວນສຳຄັນໃນການເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.
TAG
ມິດຕະພາບ/ສາມັກຄີ/ຫວຽດນາມ/ລາວ
Related
More






