KCNA ສັນລະເສີນ “ການພົບປະຄັ້ງປະຫວັດສາດ” ອາເມລິກາ - ສປປ.ເກົາຫຼີ ຢູ່ເຂດ DMZ (ພາບ: Yonhap/TTXVN)

ຕາມ KCNA ແລ້ວ, ໃນການພົບປະໃນວັນທີ 30 ມິຖຸນາ, ການນຳ 2 ທ່ານໄດ້ “ເຫັນດີເປັນເອກະພາບຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນໃນອະນາຄົດ” ແລະ “ເຊື່ອມຕໍ່ຄືນໃໝ່ກໍ່ຄືຊຸກຍູ້ບັນດາການພົບປະເຈລະຈາຢ່າງມີປະສິດທິຜົນ ເພື່ອສ້າງບາດກ້າວບຸກທະລຸໃໝ່ໃນບັນຫາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ແລະ ໃນການພົວພັນ 2 ຝ່າຍ”. KCNA ກໍ່ໃຫ້ຂ່າວຕື່ມອີກວ່າ ຜ່ານ 66 ປີນັບແຕ່ເມື່ອຂໍ້ຕົກລົງຢຸດຮົບໄດ້ເຊັນໃນປີ 1953, ເຫດການໜຶ່ງທີ່ເຮັດໃຫ້ຕົກສະເງີ້ ນັ້ນແມ່ນການນຳຂອງ ສປປ.ເກົາຫຼີ ແລະ ອາເມລິກາ ຈັບມືກັນຢູ່ບ້ານຢຸດຮົບ ປານມູນຈອມ.