ຄະນະຜູ້ແທນພະນັກງານັກປະຕິວັດ ອະວຸໂສ ແຂວງ Binh Dinh ຢ້ຽມຢາມ ນະຄອນຫລວງ ຮ່າໂນ້ຍ
28/03/2012 07:59
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພະນັກງານນັກປະຕິວັດອະວຸໂສ ແຂວງ Binh Dinh ຊຶ່ງແມ່ນບັນດາຜູ້ເຂົ້າຮ່ວມໂດຍກົງບັ້ນຮົບລະດູບານໃຫມ່ຕໍ່ລະດູຮ້ອນປີ 1972

ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ພາບປະກອບ: internet (vovworld) - ຕອນບ່າຍວັນທີ 27/3, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພະນັກງານນັກປະຕິວັດອະວຸໂສ ຊຶ່ງແມ່ນບັນດາຜູ້ເຂົ້າຮ່ວມໂດຍກົງບັ້ນຮົບລະດູບານໃຫມ່ຕໍ່ລະດູຮ້ອນປີ 1972, ປົດປ່ອຍເມືອງ Hoai An ແຂວງ Binh Dinh ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫລວງ Ha Noi ແລະ ເຂົ້າຂ່ຳນັບສຸສານປະທານ Ho Chi Minh. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ປາດຖະຫນາວ່າ ແຕ່ລະຄອບຄົວ, ພະນັກງານນັກປະຕິວັດອະວຸໂສ ຄວນເສີມຂະຫຍາຍມູນເຊື້ອພິລະອາດຫານຂອງບ້ານເກີດເມືອງນອນ, ເປັນແບບຢ່າງລະດົມກຳລັງໃຈລູກຫລານຕັ້ງຫນ້າໃນຂະບວນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ກາຍເປັນພົນລະເມືອງແບບຢ່າງ, ປະກອບກຳລັງເຫື່ອແຮງສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ທ່ານຮອງນາຍົກລັດຖະມົນຕີກໍເນັ້ນຫນັກວ່າ: ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ກວ່າອີກເຖິງຊີວິດການເປັນຢູ່ຂອງບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີໃຫ້ເມືອງ Hoai An ເວົ້າສະເພາະ ແລະ ແຂວງ Binh Thuan ເວົ້າລວມ ໃນໄລຍະຈະມາເຖິງຄວນເອົາໃຈໃສ່ ກວ່າອີກ ເຖິງຊີວິດການເປັນຢູ່ຂອງຜູ້ທີ່ມີຄຸນງາມຄວາມດີ ດ້ວຍວຽກງານຫລາຍຢ່າງທີ່ແທດຈິງ, ຜ່ານນັ້ນ ຕອບບຸນແທນຄຸນຢ່າງເໝາະສົມກັບການເສຍສະຫລະອັນໃຫຍ່ຫລວງຂອງຄົນລຸ້ນກ່ອນທີ່ໄດ້ເສຍສະຫລະເລືອດເນື້ອຂອງຕົນເພື່ອສັນຕິພາບປະຈຸບັນ.
TAG
ນັກປະຕິວັດ
Related





