VOV WorldVOV World
ຄວາມ​ເຄັງ​ຕຶງ ອາ​ເມ​ລິ​ກາ - ອີ​ຣານ ຫຼຸດ​ລົງ: ສອງ​ຝ່າຍ​ກະ​ກຽມ​ການ​ເຈ​ລະ​ຈາ
02/02/2026 09:04
(VOVWORLD) - ທັງອາເມລິກາ ແລະ ອີຣານ ກໍ່ແຈ້ງໃຫ້ກັນຊາບກ່ຽວກັບເລື່ອງກຽມພ້ອມດຳເນີນການເຈລະຈາມຸ່ງໄປເຖິງຂໍ້ຕົກລົງຢຸດຕິຄວາມເຄັ່ງຕຶງ.
ຄວາມ​ເຄັງ​ຕຶງ ອາ​ເມ​ລິ​ກາ - ອີ​ຣານ ຫຼຸດ​ລົງ: ສອງ​ຝ່າຍ​ກະ​ກຽມ​ການ​ເຈ​ລະ​ຈາ
ພາຍຫຼັງບັນດາຄວາມມານະພະຍາຍາມທາງການທູດທີ່ເປັນຈຳນວນຫຼາຍ ຂອງຕວັກກີ ແລະ ຝ່າຍຈຳນວນໜຶ່ງ, ຄວາມເຄັ່ງຕຶງດ້ານການທະຫານລະຫວ່າງ ອາເມລິກາ ແລະ ອີຣານ ມີສັນຍານທີ່ຫຼຸດລົງໃນເບື້ອງຕົ້ນ. ຕາມນັ້ນແລ້ວ, ອີຣານ ຕົກລົງຍົກເລີກການຊ້ອມຮົບຍິງລູກປຶນແທ້ຢູ່ ຊ່ອງແຄບ Hormuz, ໃນຂະນະທີ່ອາເມລິກາ ຖອນກຳປັນຂັບໄລ່ ມີລູກສອນໄຟອອກຈາກທ່າກຳປັ່ນ Eilat ຂອງ ອິດສະລາແອັນ. ສອງຝ່າຍກໍ່ໄດ້ຮັບຖືວ່າພວມກະກຽມກ້າວເຂົ້າສູ່ຮອບເຈລະຈາໃໝ່ໃນອາທິດນີ້. ທັງອາເມລິກາ ແລະ ອີຣານ ກໍ່ແຈ້ງໃຫ້ກັນຊາບກ່ຽວກັບເລື່ອງກຽມພ້ອມດຳເນີນການເຈລະຈາມຸ່ງໄປເຖິງຂໍ້ຕົກລົງຢຸດຕິຄວາມເຄັ່ງຕຶງ. ວົງການເຈົ້າໜ້າທີ່ບັນດາປະເທດ ຕວັກກີ, ເອຢິບ ແລະ ກາຕາ, ປັດຈຸບັນ ພວມຮີບເຮັ່ງຈັດຕັ້ງການພົບປະລະຫວ່າງ ທ່ານ Steve Witkoff ທູດພິເສດອາເມລິກາ ແລະ ບັນດາເຈົ້າໜ້າທີ່ອີຣານ, ໃນອາທິດນີ້. ສະຖານທີ່ພົບປະມີຄວາມເປັນໄປໄດ້ສູງວ່າຢູ່ນະຄອນຫຼວງ Ankara ຂອງຕວັກກີ. ສຳລັບຝ່າຍ ອີຣານ, ວັນທີ 1 ກຸມພາ,  ສາດສະດາ Ali Khamenei ໄດ້ປະກາດວ່າ ອີຣານ ບໍ່ມີຄວາມກັງວົນຕໍ່ການມີໜ້າຂອງກອງທັບ ອາເມລິກາ ຢູ່ພາກພື້ນ. ອີຣານ ຈະບໍ່ເລີ່ມຕົ້ນການປະທະກັນ ແລະ ບໍ່ຢາກບຸກໂຈມຕີບໍ່ວ່າປະເທດໃດ, ແຕ່ຈະມີການໂຕ້ຕອບຢ່າງແຮງຕໍ່ທຸກການກະທຳເກາະຜິດ ເລັ່ງໃສ່ອີຣານ.
TAG
VOV/VOVworld/ອາ​ເມ​ລິ​ກາ/ອີ​ຣານ/ການ​ພົວ​ພັນ