VOV WorldVOV World
ກອງປະຊຸມASEMກ່ຽວກັບການປ້ອງກັນ,ຕ້ານແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
18/11/2013 10:54
(vovworld)- ກອງ​ປະຊຸມ​ຂັ້ນ​ສູງ ASEM ກ່ຽວ​ກັບ​ການ​ປ້ອງ​ກັນ,​ຕ້ານ ​ແລະ ກູ້​ຊ່ວຍ​ໄພ​ທຳ​ມະ​ຊາດ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11 ຢູ່ ຮ່າ​ໂນ້ຍ
ກອງປະຊຸມASEMກ່ຽວກັບການປ້ອງກັນ,ຕ້ານແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີ​ງກ່າວຄຳເຫັນ ທີ່ກອງປະຊຸມ ພາບ:hanoimoi.com (vovworld)- ກອງ​ປະຊຸມ​ຂັ້ນ​ສູງ ASEM ກ່ຽວ​ກັບ​ການ​ປ້ອງ​ກັນ,​ຕ້ານ ​ແລະ ກູ້​ຊ່ວຍ​ໄພ​ທຳ​ມະ​ຊາດ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຜູ້​ແທນ​ 120 ທ່ານ ຊື່​ງ​ແມ່ນ​ເອກ​ອັກຄະ​ລັດຖະທູດ, ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ​ບັນດາ​ສະມາຊິກ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ - ​ເອີ​ລົບ, ຜູ້ຕາງຫນ້າ ສປຊ, ບັນດາ​ອົງການ​ສາກົນ ​ແລະ ນັກ​ອຸປະຖຳ​ຢູ່ ຫວຽດນາມ. ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ ຟ້າ​ມບີ່​ງມີ​ງ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຊີ້​ແຈ້ງວ່າ: ​ໄພ​ພິບັດ​ທຳ​ມະ​ຊາດ​ພວມ​ກີດຂວາງ​ຄວາມ​ມານະ​ພະຍາຍາມຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ການ​ຟື້ນ​ຕົວ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ​ກໍ​ຄື​ຮ່ວມ​ສຳພັນ​ເສດຖະກິດ​ສາກົນ. ຊື່​ງ​ແມ່ນ​ປະ​ເທດ​ກະສິກຳ ​ເຄີ​ຍຖືກ​ຜົນ​ສະທ້ອນ​ຈາກ​ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ໄພ​ທຳ​ມະ​ຊາດ, ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ໝັ້ນ​ໝາຍ​ຮ່ວມ​ມື​ກັບ​ສາກົນ​ໃນ​ການ​ປ້ອງ​ກັນ,​ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີ​ງ ສະ​ເຫ​ນີວ່າ: ກອງ​ປະຊຸມ​ສຸມ​ໃສ່​ແບ່ງ​ປັນ​ບົດຮຽນຈາກ​ພຶດຕິ​ກຳ​ຕົວ​ຈິງກ່ຽວ​ກັບ​ການ​ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ.
TAG
vovworld/vov/ກອງປະຊຸມຂັ້ນ​ສູງ ASEM