ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດໜຸ່ມຫວຽດນາມທົ່ວປະເທດ
27/12/2011 10:26
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມຫວຽດນາມທົ່ວປະເທດຄັ້ງທີ 4.

ມີນັກທຸລະກິດໜຸ່ມ 600 ກວ່າຄົນທີ່ຕ່າງໜ້າໃຫ້ແກ່ນັກທຸລະກິດ ກວ່າ 9.000 ຄົນໃນທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມຫວຽດນາມທົ່ວປະເທດຄັ້ງທີ 4 ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 27/12, ຢູ່ຮ່າໂນ້ຍ. ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນບົດບາດອັນໃຫຍ່ຫຼວງຂອງກຳລັງນັກທຸລະກິດໜຸ່ມໃນການພັດທະນາເສດຖະກິດ, ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນເງື່ອນໄຂປະຈຸບັນ, ນັກທຸລະກິດໜຸ່ມຕ້ອງມີວິໄສທັດຍຸດທະສາດ, ມີຈິນຕະນາການທີ່ມີຫົວຄິດປະດິດສ້າງ, ຮູ້ຂຸດຄົ້ນຕະຫຼາດໃໝ່, ສ້າງກຳລັງຄວາມແກ່ງແຍ້ງສູງໃນຕະຫຼາດ. ສະມາຄົມນັກທຸລະກິດໜຸ່ມຄວນສູ້ຊົນເພື່ອກາຍເປັນແຫ່ງທີ່ເຕົ້າໂຮມນັກທຸລະກິດໜຸ່ມ, ຫັນຮູບການສາມັກຄີເປັນຫຼາຍຮູບຫຼາຍແບບ, ນຳໜ້າໃນແນວຮົບທາງດ້ານເສດຖະກິດ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການພັດທະນາຂອງປະເທດຊາດ.
Related





