VOV WorldVOV World
ກອງປະຊຸມເຈລະຈາລະຫວ່າງການນໍາບັນດາພັກຝ່າຍການເມືອງ ຂອງອາເມລິກາ ແລະ ຈີນ ຄັ້ງທີ 11
19/11/2019 09:15
(VOVWORLD) - ກອງປະຊຸມເຈລະຈາລະຫວ່າງການນໍາບັນດາພັກຝ່າຍການເມືອງ ຂອງອາເມລິກາ ແລະ ຈີນ ຄັ້ງທີ 11 ໄດ້ໄຂຂ້ຶນໃນວັນທີ 18 ພະຈິກ, ຢູ່ ປັກກິ່ງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 50 ທ່ານ ເຊິ່ງເປັນຜູ້ຕາງໜ້າຂອງບັນດາພັກຝ່າຍການເມືອງ, ບັນດາອົງການຈັດຕັ້ງຄົ້ນຄວ້າ -ໃຫ້ຄໍາປຶກສາ ແລະ ນັກທຸລະກິດ ຂອງສອງປະເທດ.
ກອງປະຊຸມເຈລະຈາລະຫວ່າງການນໍາບັນດາພັກຝ່າຍການເມືອງ ຂອງອາເມລິກາ  ແລະ ຈີນ ຄັ້ງທີ 11
        ທີ່ວາລະໄຂ, ທ່ານ ຊູງຖ໊າວ ຫົວໜ້າຄະນະຕິດຕໍ່ປະສານງານ ຄະນະກໍາມະການພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຈີນ (CPC) ຖືວ່າ ບັນດານັກການເມືອງຂອງບັນດາພັກຝ່າຍການເມືອງຂອງ ຈີນ ແລະ ອາເມລິກາ ຄວນຮ່ວມມືກັນ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງຝ່າຍ ມຸ່ງໄປສູ່ການຮ່ວມມື ແທນທີ່ຈະສູ້ຢັນກັນ. ທ່ານ ກໍຢັ້ງຢືນວ່າ ການເຈລະຈາ ແລະ ການປຶກສາຫາລື ໄດ້ຮັບການຄອງຄອຍວ່າ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ສອງຝ່າຍແກ້ໄຂບັນດາຄວາມແຕກໂຕນກັນ.         ຕາມບັນດານັກການເມືອງແລ້ວ, ບັນດາພັກຝ່າຍການເມືອງ ແລະ ການນໍາສອງປະເທດ ຄວນຊ່ວຍຊຸກຍູ້ການຮ່ວມມືຕາມແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮັບແຄບຄວາມແຕກໂຕນກັນ, ພ້ອມທັງສະແດງຄວາມປາດຖະໜາວ່າ ຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່່າງ ອາເມລິກາ ແລະ ຈີນ ຈະຢຸດຕິໂດຍໄວ ເພື່ອແນໃສ່ຫຼີກລ້ຽງການກໍ່ຜົນເສຍຫາຍຕໍ່ພື້ນຖານການພົວພັນສອງຝ່າຍ.
TAG
VOV/VOVworld/ນັກການເມືອງ/ຈີນ/ອາເມລິກາ/ກອງປະຊຸມເຈລະຈາ