ກອງປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ
16/09/2019 11:46
(VOVWORLD) -ບັນດາ ສ.ສ.ຊ ໄດ້ຖືວ່າ ການເລືອກເຟັ້ນເອົານັກລົງທຶນໂຄງການ PPP ຄວນໄດ້ຮັບການປະຕິບັດໂດຍຜ່ານການຈັດການປະມູນຢ່າງເປີດເຜີຍ, ໂປ່ງໃສຕາມລະບຽບການກົດໝາຍ

ກອງປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດ ໂດຍສືບຕໍ່ກອງປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດ, ຕອນບ່າຍວັນທີ 16 ກັນຍາ, ເມື່ອໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການຮ່ວມມືພາກລັດ-ເອກະຊົນ (PPP), ບັນດາ ສ.ສ.ຊ ໄດ້ຖືວ່າ ການເລືອກເຟັ້ນເອົານັກລົງທຶນໂຄງການ PPP ຄວນໄດ້ຮັບການປະຕິບັດໂດຍຜ່ານການຈັດການປະມູນຢ່າງເປີດເຜີຍ, ໂປ່ງໃສຕາມລະບຽບການກົດໝາຍ. ທ່ານ ຫງວຽນວັນເຢົາ, ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ເວົ້າວ່າ : “ ນີ້ແມ່ນກົດໝາຍໃຫຍ່ທີ່ສຸດ, ມີຂອບເຂດກ້ວາງຂວາງ, ນະໂຍບາຍເສດຖະກິດແມ່ນໃຫຍ່ຫຼວງ, ໃນນັ້ນມີທັງສັງຄົມ. ຕ້ອງມີຄວາມກະຈ່າງແຈ້ງ, ເປີດເຜີຍ ” ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຂາດ ຫງວຽນທິກິມເງິນ ສະເໜີວ່າ ຕ້ອງເຮັດແຈ້ງ ຂໍ້ອ້າງອີງລະດັບພື້ນຖານຂອງ ໂຄງການ PPP ແມ່ນ 200 ຕື້ດົງ, ພ້ອມທັງສະເໜີເຮັດແຈ້ງຄວາມຈຳເປັນຂອງການສ້າງຕັ້ງສະພາໂຄງການລົງທຶນ ຕາມຮູບການຮ່ວມມືພາກລັດ-ເອກະຊົນ (PPP) ເພື່ອຮັບປະກັນຄວາມເປັນໄປໄດ້ ແລະ ປະສິດທິຜົນຂອງໂຄງການ. ທ່ານນາງປະທານສະພາແຫ່ງຂາດ ຫງວຽນທິກິມເງິນກ່າວວ່າ : “ ຖ້າຫາກບໍ່ກຳນົດແຈ້ງກ່ຽວກັບສະພາ, ລະບຽບການ, ເວລາກວດສອບນັ້ນ, ຈະຕ້ອງເກີດບັນຫາເຮັດເພີ່ມລະບຽບການບໍລິຫານ, ເພີ່ມວັນເວລາ ແລະ ກຳລັງເຫື່ອແຮງ ຊຶ່ງຈະເຮັດໃຫ້ໂຄງການປະຕິບັດຢ່າງຊັກຊ້າ ”
TAG
VOV/VOVworld/ສະພາແຫ່ງຊາດ
Related






