ກອງປະຊຸມຄົບຄະນະເຄືອຂ່າຍບັນດາຕົວເມືອງໃຫຍ່ຢູ່ອາຊີສັດຕະວັດທີ21
18/11/2013 10:55
(vovworld)- ກອງປະຊຸມດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 18/11 ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າ 13 ນະຄອນຫລວງ, ຕົວເມືອງໃຫຍ່ ຢູ່ ອາຊີ

ນະຄອນຫລວງຮ່າໂນ້ຍ ພາບປະກອບ: (vovworld)- ກອງປະຊຸມດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 18/11 ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າ 13 ນະຄອນຫລວງ, ຕົວເມືອງໃຫຍ່ ຢູ່ ອາຊີ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຊີດຊູຂໍ້ລິເລີ່ມກ່ຽວກັບເນື້ອໃນຂອງກອງປະຊຸມຄັ້ງນີ້ ດ້ວຍບັນດາບັນຫາຮ້ອນເຮັ່ງຊື່ງບັນດາຕົວເລືອງພວມປະເຊີນຫນ້າ. ຜ່ານການພົບປະສົນທະນາສອງຄັ້ງກ່ຽວກັບນະໂຍບາຍວາງແຜນຜັງຕົວເມືອງ ແລະ ນະໂຍບາຍພະລັງງານຕົວເມືອງຢູ່ ອາຊີ,ບັນດາຕົວເມືອງສະມາຊິກ ຈະຊອກໄດ້ບັນດາມາດຕະການດີສຸດໃນການປະຕິບັດ, ຄຸ້ມຄອງການວາງແຜນຜັງຕົວເມືອງ. ຫນຶ່ງໃນບັນດາມາດຕະການຕົ້ນຕໍເພື່ອແກ້ໄຂຄວາມຫຍຸ້ງຍາກຊື່ງບັນດາຕົວເມືອງພວມປະເຊີນຫນ້າ ນັ້ນແມ່ນຄວາມສາມັກຄີ ແລະ ຮ່ວມແຮງຮ່ວມໃຈຮ່ວມມື.
TAG
vovworld/vov/ຕົວເມືອງ/ອາຊີ/ແຜນຜັງ
Related





