ກອງປະຊຸມປະຈຳເດືອນ 3 ຂອງລັດຖະບານ ຫວຽດນາມ
01/04/2012 09:28
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນປະທານວາລະປະຊຸມປະຈຳເດືອນ 3 ຂອງລັດຖະບານ ເພື່ອຕີລາຄາສະພາບການພັດທະນາເສດຖະກິດ ສັງຄົມໃນໄຕມາດ 1 ປີ 2012
(vovworld) - ວັນທີ 31/3 ແລະ ວັນທີ 1/4, ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນປະທານວາລະປະຊຸມປະຈຳເດືອນ 3 ຂອງລັດຖະບານ ເພື່ອຕີລາຄາສະພາບການພັດທະນາເສດຖະກິດ ສັງຄົມໃນໄຕມາດ 1 ປີ 2012 ດ້ວຍຫລາຍສັນຍານດີພໍສົມຄວນ, ຢືນຢັນປະສິດທິຜົນຂອງບັນດານະໂຍບາຍ ແລະ ມາດຕະການບໍລິຫານພື້ນຖານເສດຖະກິດຢ່າງຈະແຈ້ງ, ເປັນຕົ້ນແມ່ນໃນການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມ. ລະດັບໄພເງິນເຟີ້ໃນເດືອນ 3 ແມ່ນ 0,16% ແລະ ນີ້ແມ່ນລະດັບຕ່ຳສຸດເມື່ອທຽບໃສ່ກັບໄລຍະດຽວກັນຂອງຊຸມປີກ່ອນນີ້. ວາລະປະຊຸມປະຈຳເດືອນ 3 ຂອງລັດຖະບານຫວຽດນາມ ພາບ:chinhphu.vn ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ: ລັດຖະບານ ຕັ້ງໝັ້ນໃຫ້ບູລິມະສິດການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ນາຍົກລັດຖະມົນຕີ ຊີ້ນຳໃຫ້ທະນາຄານແຫ່ງລັດ ສືບຕໍ່ບໍລິຫານນະໂຍບາຍເງິນຕາ, ສິນເຊື່ອ ແລະ ອັດຕາດອກເບ້ຍຢ່າງມີໄຫວພິບ, ເໝາະສົບກັບຈຸດໝາຍຄວບຄຸມໄພເງິນເຟີ້. ເພື່ອຮັກສາການຈະເລີນເຕີບໂຕຢ່າງເໝາະສົມປະມານ 6% ຂອງທັງປີ 2012, ນາຍົກລັດຖະມົນຕີ Nguyen Tan Dung ສະເຫນີໃຫ້ບັນດາກະຊວງ, ຂະແຫນງການ ແລະ ບັນດາທ້ອງຖິ່ນ ຕ້ອງກຳແຫນ້ນສະພາບການ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກສຳລັບແຕ່ລະຕະຫລາດພາຍໃນ, ເປີດກວ້າງຕະຫລາດຕ່າງປະເທດ ເພື່ອຍູ້ແຮງການສົ່ງອອກ ພ້ອມທັງເດັດດ່ຽວແກ້ໄຂຂໍ້ຕິດຂັດໃນລະບຽບການບໍລິຫານ. ນາຍົກລັດຖະມົນຕີ Nguyen Tan Dung ຊີ້ແຈງວ່າ:
TAG
ລັດຖະບານ
Related





