ກອງປະຊຸມຜັນຂະ ຫຍາຍໜ້າທີ່ວຽກງານ ຂະແໜງອຸດສາຫະກຳ ປີ 2012
04/01/2012 04:35
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເນັ້ນໜັກວ່າ ໜຶ່ງໃນບັນດາໜ້າທີ່ສຳຄັນຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນປີນີ້ ແມ່ນສຸມໃສ່ແກ້ໄຂຄວາມຫຍູ້ງຍາກ, ຮັກສາ

(ພາບ:http://nguyentandung.org/) ວັນທີ 3/1, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານຂະແໜງອຸດສາຫະກຳປີ 2012. ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເນັ້ນໜັກວ່າ ໜຶ່ງໃນບັນດາໜ້າທີ່ສຳຄັນຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນປີນີ້ ແມ່ນສຸມໃສ່ແກ້ໄຂຄວາມຫຍູ້ງຍາກ, ຮັກສາ ແລະ ພັດທະນາການຜະລິດອຸດສາຫະກຳຕິດພັນກັບສ້າງໂຄງປະກອບຄືນໃໝ່ນັບແຕ່ຂອດຍຸດທະສາດ, ວາງແຜນກຳນົດພັດທະນາວິສາຫະກິດ, ຂະແໜງຜະລິດສິນຄ້າຕາມທິດຍົກສູງສະມັດຕະພາບ, ຄຸນະພາບ ແລະ ການແກ່ງແຍ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງສ້າງແຜນການ,ຍຸດທະສາດ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອພັດທະນາ, ເປັນຕົ້ນແມ່ນເສີມຂະຫຍາຍທ່າໄດ້ປຽບກ່ຽວກັບ ດ້ານການເມືອງມີສະຖຽນລະພາບ, ພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດດ້ວຍມຸນຄ່າເພີ່ມສູງ,ຂຸດຄົ້ນຄວາມສາມາດບົ່ນຊ້ອນຕະຫຼາດພາຍໃນປະເທດດ້ວຍຈຳນວນປະຊາກອນເກືອບ 90 ລ້ານຄົນ... ທ່ານກ່ວາວ່າ:
Related





