ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ມຽນມາ ຄັ້ງທີ 8
15/11/2019 09:23
(VOVWORLD) - ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງກະຊວງການຕ່່າງປະເທດສອງປະເທດຫວຽດນາມ ແລະ ມຽນມາ, ກອງປະຊຸມປຶກສາຫາລືການເມືອງປະຈໍາປີຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດຄັ້ງທີ 8 ລະຫວ່າງສອງປະເທດ ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 14 ພະຈິກ ດ້ວຍການເປັນປະທານຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນມິງຫວູ ແລະ ທ່ານ Soe Han ເລຂາຜູ້ປະຈໍາການກະຊວງການຕ່າງປະເທດ ມຽນມາ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່່າງ ຫວຽດນາມ ແລະ ມຽນມາ, ພິເສດແມ່ນເລື່ອງຫັນບັນດາຂໍ້ຕົກລົງຂັ້ນສູງ ແລະ ເອກະສານສະບັບຕ່າງໆທີ່ໄດ້ລົງນາມໃນໄລຍະຜ່ານມາເປັນການກະທໍາຢ່າງລະອຽດ, ໂດຍໄດ້ຕີລາຄາວ່າ ການຮ່ວມມືລະຫວ່າງສອງປະເທດພວມພັດທະນາຢ່າງດີງາມໃນບັນດາຂົງເຂດ, ໂດຍສະເພາະແມ່ນກ່ຽວກັບການດ້ານຄ້າ ແລະ ການລົງທຶນ. ວົງເງິນການຄ້າໄດ້ເພີ່ມຂຶ້ນ 5, 5 ເທົ່າ, ຈາກ 152 ລ້ານ USD ໃນປີ 2010 ຂຶ້ນເກືອບ 860 ລ້ານ USD ໃນປີ 2018, ມຸ່ງໄປເຖິງເປົ້າໝາຍໃຫ້ບັນລຸ 1 ຕື້ USD ໃນປີ 2020. ປັດຈຸບັນ, ຫວຽດນາມ ແມ່ນນັກລົງທຶນຢືນອັນດັບທີ 7 ຂອງ ມຽນມາ.
TAG
VOV/VOVworld/ມຽນມາ/ການເມືອງ/ປຶກສາຫາລື
Related
More




