ກອງປະຊຸມສະຫຼຸບ ວຽກງານປີ 2011 ຂອງຄະນະຊີ້ນຳ ເຂດຕາເວັນຕົກ ສ່ຽງເໜືອ
13/01/2012 11:26
ກອງປະຊຸມສະຫຼຸບວຽກງານປີ 2011 ຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ

ພັດທະນາເສດຖະກິດເຂດຕາເວັນຕົກສ່ຽງເໜືອ ສົມກັບຄວາມສາມາດບົ່ມຊ້ອນ ວັນທີ 13/1, ຢູ່ນະຄອນ ອຽນບ໋າຍ, ແຂວງອຽນບ໋າຍ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2011, ຜັນຂະຫຍາຍທິດທາງໜ້າທີ່ປີ 2012. ບົດສະຫຼຸບຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຊີ້ແຈງວ່າ: ປີ 2011, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ເຂດຕາເວັນຕົກສ່ຽງເໜືອໄດ້ມານະພະຍາຍາມບັນລຸໄດ້ໝາກຜົນສຳຄັນພໍສົມຄວນໃນການພັດທະນາເສດຖະກິດ, ສັງຄົມ. ລະດັບເຕີບໂຕ GDP ທົ່ວເຂດບັນລຸກ່ວາ 10%. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການສູນກາງ ແລະ ທ້ອງຖີ່ນຕ່າງໆຄວນສຸມໃສ່ປຶກສາຫາລື, ຊອກຫາບັນດາທິດທາງໃຫ້ແກ່ເຂດຕາເວັນຕົກສ່ຽງເໜືອໃນໄລຍະທີ່ຈະມາເຖິງ. ທ່ານກ່າວວ່າ:
Related





