ກອງປະຊຸມສຳມະນາຮັບປະກັນຊີວິດສັງຄົມແລະລະບອບແມ່ຍິງຖືພາໃຫ້ແກ່ຄົນງານຍິງ
06/05/2013 12:09
ກອງປະຊຸມສຳມະນາຮັບປະກັນຊີວິດສັງຄົມແລະລະບອບແມ່ຍິງຖືພາໃຫ້ແກ່ຄົນງານຍິງ
ພາບປະກອບ:internet (vovworld)- ວັນທີ 6/5 ຢູ່ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະນ ແລະ ສັງຄົມຫວຽດນາມສົມທົບກັບສະຖາບັນ Friedrich Ebert (FES) ຂອງສິງກະໂປ ໄດ້ຈັດຕັ້ງກອງປະຊຸມສຳມະນາພາກພື້ນກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ລະບອບແມ່ຍິງຖືພາໃຫ້ແກ່ຄົນງານຍິງ: ກົດໝາຍ ແລະ ພຶດຕິກຳໃນອາຊຽນ. ບັນດາຜູ້ແທນພາຍໃນ ແລະ ຕ່າງປະເທດກໍໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບການຕອບສະຫນອງທາງເພດໃນບັນດາຂອບເຂດຮັບປະກັນຊີວິດສັງຄົມໃນອາຊຽນ, ແບ່ງປັນບົດຮຽນກ່ຽວຂ້ອງເຖິງບັນດານະໂຍບາຍ . ໝາກຜົນກອງປະຊຸມສຳມະນາຈະຖືກລາຍງານຂຶ້ນບັນດາກອງປະຊຸມເຈົ້າຫນ້າທີ່ ແລະ ລັດຖະມົນຕີຂອງສອງອົງການສະເພາະແຮງງານ ແລະ ແມ່ຍິງຂອງອາຊຽນ.
TAG
ແຮງງານ/ຖືພາ
Related





