VOV WorldVOV World
ກອງປະຊຸມສຳມະນາຮ່ວມສຳພັນລະຫວ່າງເຂດໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃຫມ່ຢູ່ຫວຽດນາມ
03/04/2016 08:00
(vovworld)- ​ ຕອນ​ເຊົ້າ​ວັນ​ທີ 3/4 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ ກອງ​ປະ​ຊຸມ​ສຳ​ມະ​ນາ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອ​ບ​ເສດ​ຖະ​ກິດ​ຄືນ​ໃຫມ່​ຢູ່​ຫວຽດ​ນາມ
ກອງປະຊຸມສຳມະນາຮ່ວມສຳພັນລະຫວ່າງເຂດໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃຫມ່ຢູ່ຫວຽດນາມ
ທ່ານ​ເວືອງ​ດີງ​ເຫ້ວ ຫົວ​ຫນ້າ​ຄ​ະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ກ່າວ​ຄຳ​ເຫັນ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ພ​າບ:baogiaothong (vovworld)- ​ຕອນ​ເຊົ້າ​ວັນ​ທີ 3/4 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ ກອງ​ປະ​ຊຸມ​ສຳ​ມະ​ນາ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບເສດ​ຖະ​ກິດ​ຄືນ​ໃຫມ່ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຢູ່​ຫວຽດ​ນາມ” ໂດຍ ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ສົມ​ທົບ​ກັບ​ສະ​ຖານ​ທູດ ເຢຍ​ລະ​ມັນ ແລະ ຄະ​ນະ​ປະ​ສານ​ງານ​ເຂດ​ແຄມ​ທະ​ເລ​ພາກ​ກາງ​ຫວຽດ​ນາມ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ເວືອງ​ດີງ​ເຫ້ວ, ຫົວ​ຫນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງໄດ້​ເນັ້ນ​ຫນັກ​ວ່າ: “ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ທຸກ​ເຂດ​ລ້ວນ​ແຕ່​ພັດ​ທະ​ນາ​ບົນ​ພື້ນ​ຖານ​ຂຸດ​ຄົ້ນ​ທ່າ​ແຮງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະ​ເຂດ​ເພື່ອ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃຫ້​ເໝາະ​ສົມ ແລະ ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ເຂດ, ສ້າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ແຮງ​ຂອງ​ທົ່ວ​ປະ​ເທດ”. ຕາມ​ທ່ານ ເວືອງ​ດີງ​ເຫ້ວ​ແລ້ວ, ເພື່ອ​ແກ້​ໄຂ​ສະ​ພາບ​ການ​ເສດ​ຖະ​ກິດ​ຖືກ​ຕັດ​ແຍກ​ ຄວນກໍ່​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ, ສ້າງ​ກຳ​ລັງ​ຫນູນ​ການ​ເຕີບ​ໂຕ ແລະ ທົດ​ລອງ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເຂດ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ.         
TAG
vovworld/ກອງ​ປະ​ຊຸມ​ສຳ​ມະ​ນາ